2554/11/19

ແຕ່ງຄາຍ ສູດຖອດ ເພື່ອປຸກເຮືອນ


ພາກ ເຮັດໂທງ
. ກະໂທງ ແຈ ເກົ້າຫ້ອງ ແທກຕາມສອກເຈົ້າບ້ານ.
. ເຂົ້າດຳ ແດງ ເຫຼືອງ ຂາວ ໝ້ຽງ ໝາກ ເທົ່າອາຍຸເຈົ້າບ້ານ
. ທຸງໄຊ ສີ ເທົ່າອາຍຸເຈົ້າເຮືອນ
. ຊີນແຫ້ງປາຕາຍ.
. ຄຳໝາກກອກຢາ.

ພາກ ເຮັດນຳ້ມົນ
. ນຳ້ ໂອ(ຂັນ)
. ທຽນຄ່່ສອກວຽນຫົວເຈົ້າບ້ານ.(ຫຼືຄົນພາຍໃນປົກຄອງ).
. ສົ້ມປ່ອຍເຜົາ ໗ ຝານ

ພາກ ເຮັດເຄື່ອງມຸງຄຸນ
. ໄຊ ອັນ
. ເອົາເງິນຄຳກຳແກ້ວໃສ່ພໍປະມານ
. ຝ້າຍຂາວ ລອນ
. ແຜນ້ອຍໆ ສີ ກວ້າງ ຄືບ ຍາວ ວ່າ(ຫາຊື້ໃນຮ້ານກອງບຸນ)
. ງ່າຄູນ, ໃບທອງ ໃບເງິນ ໃບຍໍ

ພາກ ເຄື່ອງຣັຕນະຊາຕ
. ໂລຫະ ຊະນິດ ເຊັ່ນ ຄຳ ເງິນ ທອງ ເຫຼັກ ໂລ ຊືນ ກົວ, ຊືນ ແກ້ວ ແລະອື່ນໆ
. ແຜ່ນເງິນ ແຜ່ນທອງ ແນວລະ ໔ ແຜ່ນ(ເອົາມາໃຫ້ອາຈານລົງຄາຖາກ່ອນວັນສູດ)

ພາກ ເຄື່ອງສູດຖອດ
. ໂທງ ແຈ ອັນ.
. ໃສ່ເຂົ້າດຳ ແດງ ເຫລືອງ ຂາວ ຊີ້ນແຫ້ງປາຕາຍແນວລະ ອັນ
. ຄຳໝາກ ກອກຢາ ແນວລະ ອັນ
​. ທຽນ ຄູ່

ພາກ ເຄື່ອງສູຕຍັດ
. ງ່າຄູນໃຫຍ່ພໍເຮັດຫຼັກໄດ້ ແທກເທົ່າສອກ ເຈົ້າບ້ານ ຫັຼັກ(ສ້ຽມກົກໃຫ້ແຫຼມ)
. ຄ້ອນໄມ້ໃຜ່ສ້າງໄພ ຫຼືສ້າງຄຳຍິ່ງດີ   ຕ້ອງ(ເອົາຕໍມັນເຮັດຄ້ອນ)