2556/08/30

ແຮກພົບ-ລາຈາກ



ແຮກພົບ-ລາຈາກ
        ໑. ແຮກພົບ
            “ສະບາຍດີ” ເປັນຄຳທັກທາຍຕ້ອນຮັບກັນຕອນແຮກພົບຂອງລາວເຮົາປັດຈຸບັນ, ແຕ່ກີ້ແຕ່ກ່ອນພຸ້ນ ຄົນລາວເຮົາພົບກັນໃນບ້ານ ໃນຊຸມຊົນ ພົບກັນບໍ່ມັກຈະທັກທາຍກັນດ້ວຍຄຳວ່າ “ສະບາຍດີ” ດອກ, ເຂົາຈະ ທັກທາຍກັນໂດຍອິງຕາມເຫດເຫດການ, ເຊັ່ນວ່າ ແຂກມາຢາມເຮືອນໃນໃນຂະນະເຈົ້າເຮືອນກິນເຂົ້າຢູ່ ຫາກແຂກຍັງບໍ່ທັນເຫັນເຈົ້າເຮືອນ ແຂກຈະກ່າວວ່າ “ຢູ່ເຮືອນບໍ ?” ຫາກແຂກໄດ້ຮັບຄຳຕອບເຊີນຂຶ້ນເຮືອນ, ເຂົາຈະຖາມວ່າ “ຢູ່ດີມີແຮງບໍ ?” ເຈົ້າເຮືອນຈະຕອບວ່າ “ໂດຍ ຢູ່ດີມີແຮງ” ຫາກເຈົ້າເຮືອນເປັນຜູ້ຍິງຈະ ຕອບວ່າ “ໝ່ອມ ຢູ່ດີມີແຮງ” ແລະພ້ອມກັບວ່າ “ມາກິນເຂົ້ານຳກັນ” ຜູ້ມາຢາມຈະກ່າວວ່າ “ເຊີນແຊບ” ຫຼືວ່າ “ເຊີນໂລດ ຫຼືກິນໂລດ ເບິ່ງຕາມສະຖານະການ ແຕ່ຫາກແຂກບໍ່ໄດ້ມາຫາເຮົາແຂກຈະຮ້ອງຖາມວ່າ “ໄທເຮືອນນີ້ຢູ່ບໍ ກິນເຂົ້າເຊົ້າ/ສວາຍ/ແລງ/ແລ້ວບໍ”(ອິງຕາມເວລາ), ເຈົ້າເຮືອນຍິນຈະຕອບວ່າ ຫາກກິນ ເຂົ້າແລ້ວ “ກິນແລ້ວ” ຕໍ່ດ້ວຍຄຳວ່າ “ຊິໄປໃສນໍ ?” ຫາກຍັງບໍ່ທັນກິນ ຈະຕອບວ່າ “ຍັງບໍ່ທັນກິນ” ຕາມ ດ້ວຍຄຳ “ຊິໄປໃສນໍ” ຫາກກຳລັງກິນຢູ່ ກໍຈະຕອບດ້ວຍຄຳວ່າ “ມາເດີກິນເຂົ້າ” ເລົ່ານີ້ເປັນຕົ້ນ, ຢ່າງ ໃດກໍຕາມ ຫາກຢູ່ໃນສະຖານະການອື່ນໆ ມັກຈະກ່າວຕ້ອນຮັບດ້ວຍຄຳວ່າ “ຢູ່ດີມີແຮງ” ຫຼື “ຢູ່ດີມີແຮງບໍ”, ຫຼືຫາກພົບໃນຂະນະຕອນເຮັດວຽກ ມັກຈະກ່າວຄຳວ່າ “ເຮັດຢູ່ຫຍັງນໍ”, ຄົນທີ່ຕອບຈະຕອບວ່າ ຕາມສະ ຖານະການນັ້ນໆ, ຫາກໄປຢາມຄົນໄຂ້ປ່ວຍ ຈະຖາມວ່າ “ຊວ່າງແນ່ແລ້ວບໍ”, ຫາກຖາມເຖິງຄົນອື່ນ ເຊັ່ນວ່າ ເຮົາພົບກັບລູກຊາຍຂອງຄົນທີ່ເຮົາຮູ້ຈັກກັນຈະຖາມວ່າ “ໄປໃສມາ” ຜູ້ຕອບກະຕອບຕາມຄວາມເປັນຈິງ, ແລ້ວຄົນຖາມຈະຖາມວ່າ “ພໍ່ ຫຼືແມ່ສະບາຍດີບໍ ?” ເລົ່ານີ້ເປັນຕົ້ນ.
            ມາໃນຍະໜຶ່ງ ສະໄໝລະບອບຣາຊະອານາຈັກ, ທາງການຈະໃຊ້ຄຳວ່າ “ສະຫວັດດີ” ເປັນຄຳທັກ ທາຍສາມັນ, ຫາກຕອນເຊົ້າ ກໍວ່າ “ອະຣຸນສະຫວັດ” ຕອນກາງຄືນຈະວ່າ “ຣາຕີສະຫວັດ” ແຕ່ເວົ້າທົ່ວໄປ ຈະໃຊ້ຄຳວ່າ “ສະຫວັດດີ” ບາງຄົນກໍວ່າສະຫວັດສະດີ, ແຕ່ບາງຄັ້ງ ເຊິ່ງບໍ່ແມ່ນທາງການວ່າ “ສະບາຍດີ”.
            ຫຼັງຈາກປີ ໑໙໗໕ ເປັນຕົ້ນມາ ຈະປ່ຽນມານິຍົມໃຊ້ “ສະບາຍດີ” ທັງໝົດທົ່ວປະເທດ” ເພື່ອໃຫ້ຄຳວ່າ ສະບາຍດີຟັງມ່ວນໆ ບາງຄັ້ງກໍວ່າ “ສະບາຍດີ ຈ້າວ”, ຫຼື “ສະບາຍດີຂ້ານ້ອຍ”. ຫາກເວົ້ານຳປະຊຸມຊົນກໍ ວ່າ “ສະບາຍດີ ພໍ່ແມ່ພີ່ນ້ອງ” ຫາກເວົ້າກັບຊຸມນຸມແຫ່ງເດັກນ້ອຍກໍວ່າ “ສະບາຍດີນ້ອງໆ” ຫາກເວົ້າກັບ ເພື່ອນໆຮ່ວມຫ້ອງຮຽນ ຮ່ວມກຸ່ມດຽວກັນ ກໍວ່າ “ສະບາຍດີ ເພື່ອນໆ” ເບິ່ງຕາມກາລະ ບຸກຄົນ, ຫາກເວົ້າ ໃນຊຸມນຸມທາງການ “ສະບາຍດີທ່ານຍິງ ທ່ານຊາຍ” ຫຼື “ສະບາຍດີ ທ່ານຜູ້ມີກຽດ” ຫຼື ສະບາຍດີ ສຸພາບ ບູຣຸດສຸພາບສະຕີ” ອີງຕາມຜູ້ທີ່ຈະເລືອກໃຊ້.
            ສ່ວນພາສາກາຍ ອີງຕາມສະຖານະ ຈະຍົກມີໄຫວ້ກ່ອນກ່າວຄຳທັກທາຍ, ລັກສະນະທັກທາຍດ້ວຍ ພາສາກາຍ ມັກຈະເອົາມືສອງຂ້າງນົບ, ຫາກຄົນໃຫຍ່ເອົາມືຍົກພຽງດັງ ຫຼືປາກ, ຫາກເປັນເພື່ອນໆມັກຈະ ເອົາມືຍົກພຽງເອີກ ຈຶ່ງກ່າວຄຳສະບາຍດີ.
            ໒. ກ່ອນຈາກ
            ຄຳອຳລາ ມັກຈະກ່າວຄຳວ່າ “ຢູ່ດີມີແຮງ….ລາກ່ອນເດີ(ລາກ່ອນຂ້ານ້ອຍ, ລາກ່ອນເຈົ້າ) ຫຼື ບາງ ຄົນໃຊ້ຄຳວ່າ “ສຸກສະບາຍດີ ລາກ່ອນ”
            ຫາກຄົນສະໄໝນີ້ ມັກຈະໃຊ້ ບາຍບາຍໆໆໆໆ