2557/11/14

ອາລາທະນາທຳ



ສະຫັມບໍດີພົມ ຜູ້ສະຖິດຢູ່ພົມມະໂລກ ຊາບພຸດທະດຳລິ ທົງວິຕົກວ່າພະພຸດທະອົງຈະຊົງລະເລີຍກິດທີ່ພະພຸດທະເຈົ້າທັງຫຼາຍໃນອະດີດທົງປະຕິບັດ ຄື ຄວາມເປັນພະພຸດທະເຈົ້ານັ້ນຕ້ອງຊົງສະແດງທັມໂຜດໝູ່ເວໄນຍະສັດໃນພົບທັງຫຼາຍ  ຄື ພົມພູມ, ສະຫວັນພູມ, ມະນຸດພູມ, ດ້ວຍພະໂພທິສັດບັນລະທຳແລ້ວຈະຊົງນ້ອມພະໄທໄປສູ່ການສະເດັກດັບຂັນປະລິນິບພານ ເຫດນັ້ນ ສະຫັມບໍດີພົມ ຈຶ່ງໄດ້ຊັກຊວນໝູ່ພົມແລະທວາຍເທບໃນສະຫວັນ ສະເດັດມາຊຸມນຸມຕໍ່ໜ້າພະພັກສົມເດັດພະບໍລົມມະສາດາ ແລ້ວກ່າວຄຳທູນອາລາທະນາ ໃຫ້ຊົງສະແດງທຳວ່າ:
ຂ້າແຕ່ພະອົງຜູ້ຈະເລີຍ ຂໍພະຜູີມີພະພາກເຈົ້າໄດ້ໂຜດສະແດງທຳເຖີດ ອັນເປັນການເກື້ອກູນປະໂຫຍດ ສຸກແກ່ມວນມະນຸດ ສັບພະສັດ ຕະຫຼອດເທພະດາທັງຫຼາຍໃນສາກົນຈັກວານ.

ນັ້ນຈຶ່ງເປັນທີ່ມາຈອງການທີ່ເມື່ອພຸດທະບໍລິສັດປະສົງຈະຟັງທຳ ກໍຈະອາລາທະານໃຫ້ພະສົງໄດ້ເມຕາ ສະແດງທຳ ກໍຈະໃຊ້ຄຳອາລາທະນາທີ່ຂຶ້ນຕົ້ນດ້ວຍປະໂຍກອາລາທະນາ ດັ່ງນີ້.

ພົມມາ ຈະ ໂລກາທິປະຕີ ສະຫັມປະຕິ
ກັຕອັນຊະລີ ອັນທິວະຣັງ ອະຍາຈະຖະ ສັນທີທະ
ສັດຕາປປະລະ ຊັກຊາຕິກາ ເທເສຕຸທັມມັງ
ອະນຸກັມປິມັງປະຊັງ.

ແປເອົາຄວາມວ່າ:

ສະຫັມບໍດີພົມຜູ້ເປັນອະທິບໍດີຂອງໂລກ
ຂາບທູນວິງວອນ ສົມເດັດພະຜູ້ມີພະພາກເຈົ້າ
ຜູ້ປະເສີດກວ່າສັດທັງຫຼາຍທີ່ມີທຸລີ ຄື ກິເລດໃນດວງຕາເບົາບາງຍັງມີຢູ່ໃນໂລກນີ້
ຂໍພະອົງຈົງສະແດງທຳອະນຸເຄາະໝູ່ສັດນີ້ເຖີດ.



2557/04/18

ນາງສັງຂານແມ່ນຫຍັງ ? ທ້າວກະບິນລະພົມແມ່ນຫຍັງ ?

- ສັງຂາຣ ຫຼືສັງຂານ ແປວ່າ ການປຸງແຕ່ ຫຼືສິ່ງທີ່ຖືກປຸງແຕ່ງ


1. ສັງຂານໃນໄຕລັກ;
- ສັງຂານ ໝາຍເຖິງຮ່າງກາຍ ຕົວຕົນ ສະສານ ສິ່ງທີ່ປະກອບກັນຂຶ້ນ ຫຼືຖືກປຸງແຕ່ງຂຶ້ນຈາກທາດ 4 ສັງຂານໃນຄວາມ ໝາຍຣແບ່ງເປັນ 2 ຄື ສັງຂານມີໃຈຄອງ (ອຸປາທິນນະກະສັງຂານ) ຄື ສິ່ງທີ່ມີຊີວິດ ມີຈິດວິນຍານ ສາມາດເຄື່ອນໄຫວ ຮັບ ຈຳ ຄິດ ຮູ້ອາລົມໄດ້, ໄດ້ແກ່ມະນຸດ ອະມະນຸດ ສັດເດັຍລະສານ, ສັງຂານບໍ່ມີໃຈຄອງ (ອະນຸປາທິນນະສັງຂານ) ຄື ສິ່ງມີຊີ ວິດບໍ່ມີຈິດວິນຍານ ຈຳໄດ້ແຕ່ຄິດບໍ່ໄດ້.
- ສັງຂານໃນຄວາມໝາຍນີ້ ຈັດເປັນຮູບຂັນ ໃນຂັນ 5 ບໍ່ແມ່ນສັງຂານຂັນ ແລະມີລັກສະນະສະເໝີກັນເປັນ ອະນິດຈັງ ທຸກຂັງ ອະນັດຕາ,

2. ສັງຂານໃນຂັນ 5
- ສັງຂານໃນທາງພຸດທະສາສະໜາແບ່ງອອກເປັນ 3 
1. ກາຍະສັງຂານ ການປຸງແຕ່ງການ ຄື ລົມຫັນໃຈ ໝາຍເອົາການຄວບຄຸມການເຄື່ອນໄຫວຂອງຮ່າງກາຍໃນອິຍະບົດ ຕ່າງໆ.
2. ວະຈີສັງຂານ ການປຸງແຕ່ງວາຈາ ຄື ວິຕົກ(ການຕຶກຕອງ) ວິຈານ(ການຕອງ) ໝາຍເຖິງການປຸງແຕ່ງຕ່າງໆ.
3. ຈິຕະສັງຂານ ການປຸງແຕ່ງຈິດ ຄື ເຈຕະສິກ ໄດ້ແກ່ອາລົມຕ່າງໆທີ່ປຸງແຕ່ງຈິດໃຫ້ມີອາການເປັນໄປຕ່າງໆ.
- ຄຳວ່າ ສັງຂານ ໃນເລື່ອງຂອງໄຕລັກກັບໃນເລື່ອງຂັນຈະຕ່າງກັນ ຄື ສັງຂານໃນເລື່ອງຂອງໄຕລັກເປັນຮູບທຳ ໃນເລື່ອງຂັນ ເປັນນາມທຳ.

3. ສັງຂານໃນປະຕິດຈະສະມຸບບາດ.
- ສັງຂານ ໃນທີ່ນີ້ ຄື ເຈຕະສິກ ທີ່ປຸງແຕ່ງຈິດ ເປັນອັນດັບ 1 ໃນ ປາລະມັດຖະທຳ 4 ຄື
1. ຈິດ
2. ເຈຕະສິກ
3. ຮູບ
4. ນິບພານ.

- ອົງທຳໃນປະຕິດຈະສະມຸບບາດ.

ອາສາວະກິເລດ ແລະສັນຍາ
1. ອະວິດຊາ ຄວາມບໍ່ຮູ້ໃນອະວິດຊາທັງ 8.
2. ສັງຂານ ທີ່ສັ່ງສົມແລ້ວປຸງແຕ່ງຂຶ້ນ.
3. ວິນຍານ
4. ນາມ-ຮຸບ
5. ສະລາຍະຕະນະ
6. ຜັດສະ
7. ເວທະນາ
8. ນັນທິ ຄວາມຕິດເພີນບໍ່ຮູ້ຕົວ.
9. ອຸປະທານ ຄວາມຢືດໝັ້ນ ຖືໝັ້ນໃນກິເລດ.
10. ພົບ ແລະພົບກຳລັງອິດທິພົນຂອງພົບ
11. ຊາດ
12. ຊະລະ-ມໍລະນະ

2557/04/15

ຕຳນານປີໃໝ່(ນາງສັງຂານ)


ຕຳນານປີໃໝ່(ນາງສັງຂານ)
ຮຽບຮຽງໂດຍ.
ພຣະອາຈານເນືອງພິລັກ ໂຊຕິທອນ
(ສະຫງວນລິຂະສິດ)
-----
            ທ້າວກະບິນລະພົມ ກັບທຳມະບານກຸມານ.
ອະດີດຕະການເຫິງນານມາແລ້ວ ມີເສດຖີຄົນໜຶ່ງມີສົມບັດເງິນຄຳມາກມາຍ ແຕ່ບໍ່ມີລູກ ສືບສະກຸນ, ຈຶ່ງຖືກຍາຍົກຜູ້ມີລູກມາກມາຍເວົ້າຈາຖາກຖາງດູຖູກວ່າ “ທ່ານມີສົມບັດມາກມາຍ ກໍບໍ່ມີປະໂຫຍດ ເພາະບໍ່ມີບຸດສືບສະກຸນ” ເສດຖີເມື່ອໄດ້ຮັບຄຳດູຖູກເຊັ່ນນັ້ນແລ້ວຟັງເບິ່ງກໍ ແມ່ນຄວາມຍາຈົກ ຈຶ່ງທຳການບວງສວາງດ້ວຍຄວາມເຊື່ອຂອງສາສະໜາຕົນກໍບໍ່ມີບຸດ ໃນທີ່ ສຸດກໍມາອະທິຖານຈິດ ຂໍບຸດຕາກພຣະຍາອິນ, ພຣະຍາອິນຊາບແລ້ວ ກໍໄດ້ອັງເຊີນທຳມະບານ ກຸມາໃຫ້ລົງມາເກີດເປັນລູກເສດຖີຜູ້ນັ້ນ.
ທຳມະບານກຸມານເຕີບໃຫຍ່ຂຶ້ນມາຕາມລຳດັບ ເປັນຄົນສະຫຼາດສະຫຼຽວສາມາດຮຽນ ຈົບໄຕເພດ ທັງຍັງສາມາດຮູ້ພາສາສັດສາວາສິ່ງໄດ້ຕັ້ງແຕ່ອາຍຸ 7 ຂວບປີ, ເຮັດໃຫ້ຊື່ສຽງຂອງ ທຳມະບານກຸມານຊ່າລືໄປຮອດຮ້ອຍຫົວເອັດເຈັດຫົວເມືອງ ຄວາມຊ່າລືເລົ່ານັ້ນໄດ້ຍິນໄປຮອດ ເລົ່າເທບ ທ້າວກະບິນລະພົມຍິນແລ້ວກໍຢາກທົດລອງພູມປັນຍາຂອງທຳມະບານກຸມານ ຈຶ່ງສະ ເດັດມາຍັງໂລກມະນຸດດ້ວຍມ້າ ແລ້ວຕັ້ງຄຳຖາມທຳມະບານກຸມານ 3 ຂໍ້ ຄື:
1.    ຕອນເຊົ້າລາສີຢູ່ທີ່ໃດ ?
2.    ຕອນທ່ຽງລາສີຢູ່ທີ່ໃດ ?
3.    ຕອນຄໍ່າລາສີຢູ່ທີ່ໃດ ?
ໂດຍຕົກລົງກັນວ່າຖ້າທຳມະບານກຸມານ ຕອບຄຳຖາມບໍ່ໄດ້ພາຍໃນ 7 ວັນ, ຈະຕ້ອງໄດ້ ຕັດສີສະບູຊາປັນຍາຂອງທ້າວກະບິນລະພົມ ແຕ່ຖ້າທຳມະບານກຸມານຕອບໄດ້ ທ້າວກະບິນລະ ພົມກໍຈະຕັດສີສະບູຊາປັນຍາຂອງທຳມະບານກຸມານເຊັ່ນກັນ.
ຈົນເວລາຜ່ານໄປທຳມະບານກຸມານກໍບໍ່ສາມາດຫາຄຳຕອບໄດ້ ຕົກກາງຄືນທຳມະບານ ກຸມານຈຶ່ງໄດ້ອອກຈາກຄະລືຫາດໄປຍັງປ່າໄມ້ໃຫຍ່ ມີຕົ້ນຕານຢູ່ດ້ວຍ ແລ້ວຫາທີ່ສະຫງົບເພື່ອ ນັ່ງສະມາທິສະຫງົບອາລົມເພື່ອຫາຄຳຕອບ ເດີກດື່ນຈົນຈິດໄດ້ເຂົ້າສູ່ພະວັງແຫ່ງຄວາມເປັນສະ ມາທິ ກໍໄດ້ຍິນນົກອິນຊີສອງຜົວເມັຍທີ່ເຮັດຮັງຢູ່ເທິງຕົ້ນຕານນັ້ນໂສກັນ “ທາງນົກໂຕເມັຍຖາມ ນົກຕົວຜົວວ່າ ມື້ອື່ນນີ້ເຮົາຊິພາໄປຫາກິນແຖວໃດ ? ທາງນົກຜົວຕອບວ່າ ມື້ອື່ນເຮົາບໍ່ຕ້ອງໄປ ຫາກິນທີ່ໃດແລ້ວ ຈະໄດ້ກິນຮ່າງກາຍຂອງທຳມະບານກຸມານ ທີ່ບໍ່ສາມາດຕອບຄຳຖາມຂອງ ທ້າວກະບິນລະພົມໄດ້ ແລ້ວທຳມະບານກຸມານຈະໄດ້ຕັດຫົວບູຊາປັນຍາຂອງທ້າວກະບິນລະ ພົມ.

ທາງນົກຕົວເມັຍ ຈຶ່ງຖາມນົກຕົວຜົວວ່າ ຄຳຖາມທີ່ທ້າວກະບິນລະພົມຖາມ ທຳມະບານ ກຸມານ ເປັນຄຳຖາມຫຍັງ ຈຶ່ງຈະເຮັດໃຫ້ທຳມະບານກຸມານຕອບບໍ່ໄດ້ ທຳມະບານກຸມານເປັນ ຍອດບັນດິດເຊັ່ນນັ້ນ ນົກໂຕຜົວກໍບອກແກ່ນົກຕົວເມັຍເລື່ອງລາສີສາມເວລາຂອງມະນຸດຢູ່ໃສ ? ທາງນົກຕົວເມັຍກະຕອບນົກໂຕຜົວວ່າ ບໍ່ໜ້າເຊື່ອວ່າທຳມະບານກຸມານຈະຕອບຄຳຖາມນີ້ບໍ່ໄດ້ ເພາະເປັນຄຳຖາມບໍ່ຍາກ ແລ້ວນົກໂຕເມັຍກໍແກ້ບັນຫາລາສີທັງສາມໃຫ້ນົກໂຕຜົວຟັງວ່າ.
  1. ຕອນເຊົ້າລາສີຢູ່ທີ່ໜ້າ ມະນຸດຈຶ່ງລ້າງໜ້າຕອນເຊົ້າ.
  2. ຕອນທ່ຽງລາສີຢູ່ທີ່ ເອິກມະນຸດຕ້ອງເອົານໍ້າພົມເອິກ.
  3. ຕອນຄໍ່າລາສີຢູ່ທີ່ໃຈຕີນ ມະນຸດຈຶ່ງເອົານໍ້າລ້າງຕີນ.
ທຳມະບານກຸມານໄດ້ຍິນຄຳສົນທະນາຂອງນົກອິນຊີສອງຜົວເມັຍນັ້ນແລ້ວ ກໍຈື່ຄຳຕອບນັ້ນໄດ້ ຕົກຕອນເຊົ້າຈຶ່ງກັບມາຍັງຄະລືຫາດໃນເຊົ້າວັນທີ 7, ເມື່ອຮອດເວລາກຳນົດແລ້ວທ້າວກະບິນ ລະພົມ ກໍສະເດັດມາຍັງຄະລືຫາດຂອງທຳມະບານກຸມານ ແລະກໍຮັບຟັງຄຳຕອບຂອງທຳມະ ບານກຸມານແລ້ວ ເຫັນວ່າຖືກຕ້ອງ ທ້າວກະບິນລະພົມຈຶ່ງຕ້ອງຕັດສຽນຂອງຕົນເພື່ອບູຊາປັນ ຍາຂອງທຳມະບານກຸມານຕາມຄຳສັນຍາ.
            ແຕ່ວ່າສຽນຂອງກະບິນລະພົມນັ້ນມີອິດທິລິດຫຼາຍ ຫາກຕົກລົງດິນຈະລຸກເປັນໄຟ ຫາກ ຕົກລົງມະຫາສະໝຸດນ້ຳຈະເຫືອດແຫ້ງໝົດ ຫາກໂຍນຂຶ້ນອາກາດຝົນຈະບໍ່ຕົກຖືກຕ້ອງຕາມລະ ດູການ ທ້າວກະບິນລະພົມຈຶ່ງຮຽກທິດາທັງ 7 ມາໂດຍໃຫ້ນຳພາພານມາຮອງຮັບສຽນໄວ້ ແລ້ວ ສັ່ງໄວ້ວ່າ ໃຫ້ນຳເອົາສຽນນີ້ໄປແຫ່ຮອບເຂົາສິເນໂນຣາດ(ເຂົາສະເໝນ) ອັນເປັນແກ່ນກາງຂອງ ໂລກນີ້ ແລ້ວນຳເຂົ້າໄປບັນຈຸໄວ້ໃນຖໍ້າທຸລີມາດ ທີ່ເຂົາໄກລາດ ພໍເຖິງຍາມພຣະອາທິດເຄື່ອນ ເຂົ້າສູ່ລາສີເມດກໍໃຫ້ທິດາທັງເຈັດຜັດປ່ຽນກັນກັນນຳເອົາສຽນມາແຫ່ຮອບເຂົາສິເນໂນຣາດ ເປັນ ປະຈຳທຸກບໍ່ໃຫ້ຂາດ.
            ນາງສັງຂານແມ່ນໃຜ ?

            ນາງສັງຂານ ເປັນລູກສາວຂອງທ້າວກະບິນລະພົມ ທ້າວກະບິນລະພົມ ມີສັນຍາລັກ ເປັນສີແດງ ແລະມີອະນຸພາບຮ້າຍແຮງມີອິດທິລິດເປັນໄຟ ທ້າວກະບິນລະພົມກະແມ່ນພຣະອາ ທິດນັ້ນເອງ.
            ທ້າວກະບິນລະພົມມີທິດາຢູ່ 7 ຄົນມີຊື່ຕ່າງກັນໄປ ເນື່ອງຈາກນາງທັງ 7 ມາປາກົດຕົວ ໃນວັນສັງຂານ ບັນດານາງຈຶ່ງມີຊື່ວ່ານາງສັງຂານ ຫຼືນາງສົງການ ນາງສັງຂານທັງ 7 ໄດ້ຮັບຄຳ ພິໄນກຳຈາກບິດາ ໃຫ້ເປັນຜູ້ນຳສຽງອອກມາແຫ່ໃນວັນສັງຂານ ໂດຍໃຫ້ເອົາສຽນໃສ່ພາພານ, ມີພາຫານະເປັນສັດ ພ້ອມທັງອາວຸດ ແລະເຄື່ອງດົນດີ ນຸ່ງເຄື່ອງສີຕ່າງໆຕາມວັນຂອງສັງຂານ ສະເດັດໄປ ດັ່ງນີ້.
1.    ຖ້າສັງຂານສະເດັດໄປວັນອາທິດ ເປັນໜ້າທີ່ຂອງນາງທຸງສະເທວີ ຊົງພາຫຸລັດ ທັດ ດອກພິລາ ອາພອນປະດັບດ້ວຍແກ້ວປັດທຳມະລາດ ພັກສາຫານສະເຫວີຍອຸທຸມ ພອນ (ໝາກເດື່ອ) ພະຫັດຂວາຊົງຈັກ ພະຫັດຊ້າຍຊົງສັງ, ສະເດັດປະທັບຢືນມາ ເທິງຫຼັງຄຸດ.
2.     ຖ້າສັງຂານສະເດັດໄປວັນຈັນ ເປັນໜ້າທີ່ຂອງນາງໂຄລາຄະເທວີ ຊົງພາຫຸລັດ ທັດ ດອກປີບ ອາພອນປະດັບດ້ວຍແກ້ວມຸກດາ ພັກສາຫານສະເຫວີຍເຕລັງ (ນໍ້າມັນ) ພະຫັດຂວາຊົງພະຂັນ ພະຫັດຊ້າຍຊົງໄມ້ເທົ້າ, ສະເດັດນອນມືນຕາມາບົນຫຼັງພະ ຍັກຄະ(ເສືອ).
3.    ຖ້າສັງຂານສະເດັດໄປວັນອັງຄານ ເປັນໜ້າທີ່ຂອງນາງຮາກສະເທວີ ຊົງພາຫຸລັດ ທັດດອກບົວຫຼວງ ອາພອນປະດັບດ້ວຍແກ້ວໂມລາ ພັກສາຫານສະເຫວີຍໂລຫິດ (ເລືອດ) ພະຫັດຂວາຕີສູນ ພະຫັດຊ້າຍຊົງທະນູ, ສະເດັດປະທັບຢືນມາ ເທິງຫຼັງວະ ລະຫະ(ໝູ).
4.    ຖ້າສັງຂານສະເດັດໄປວັນພຸດ ເປັນໜ້າທີ່ຂອງນາງມົນທາເທວີ ຊົງພາຫຸລັດທັດ ດອກຈຳປາ ອາພອນປະດັບດ້ວຍແກ້ວພິທູນ ພັກສາຫານສະເຫວີຍເນີຍ ພະຫັດ ຂວາຊົງເຂັມ ພະຫັດຊ້າຍຊົງໄມ້ເທົ້າ, ສະເດັດປະທັບນັ່ງມາເທິງຫຼັງຄັດທະລະພາ (ລາ).
5.    ຖ້າສັງຂານສະເດັດໄປວັນພະຫັດ ເປັນໜ້າທີ່ຂອງນາງກິລິນີເທວີ ຊົງພາຫຸລັດ ທັດດອກມົນທາ ອາພອນປະດັບດ້ວຍແກ້ວມໍລະກົດ(ແກ້ວສີຂຽວ) ພັກສາຫານສະ ເຫວີຍຖົ່ວງາ ພະຫັດຂວາຊົງຂໍຊ້າງ ພະຫັດຊ້າຍຊົງປືນ, ສະເດັດປະທັບນອນຫຼັບຕາ ເທິງຄັດສະຣາດ(ຊ້າງ).
6.    ຖ້າສັງຂານສະເດັດໄປງວັນສຸກ ເປັນໜ້າທີ່ຂອງນາງມະກິມິທາເທວີ ຊົງພາຫຸລັດ ດອກຈົງກົນນີ ອາພອນປະດັບດ້ວຍແກ້ວບຸດສະລາຄຳ ພັກສາຫານສະເຫວີຍ ກ້ວຍນໍ້າ ພະຫັດຂວາຊົງພະຂັນ ພະຫັດຊ້າຍຊົງພິນ, ສະເດັດປະທັບນັ່ງມາເທິງຫຼັງ ມະຫິງສາ (ຄວາຍ).

7.    ຖ້າສັງຂານສະເດັດໄປວັນເສົາ ເປັນໜ້າທີ່ຂອງນາງມະໂຫທອນ ຊົງພາຫຸລັດ ທັດ ສາມຫາວ ອາພອນປະດັບດ້ວຍແກ້ວນິນ ພັກສາຫານສະເຫວີຍຊິ້ນກວາງຊາຍ ພະຫັດຂວາຊົງຈັກ ພະຫັດຊ້າຍຊົງຕີສູນ, ສະເດັດປະທັບນັ່ງມາເທິງຫຼັງມະຍູລາ (ນົກຍູງ).

           

            

2557/04/13

ວັດທະ­­ນະ­­ທໍາ ສະ­­ຫຼອງ­ປີໃໝ່ແບບ­ບູຮານ ທີ່ຄວນປະ­­ຕິບັດ(ຈື່ໄດ້­ນໍາເຖົ້າແກ່ ຄອບ­ຄົວ ແລະ­­ສັງ­ຄົມ)

ວັດທະ­­ນະ­­ທໍາ ສະ­­ຫຼອງ­ປີໃໝ່ແບບ­ບູຮານ ທີ່ຄວນປະ­­ຕິບັດ(ຈື່ໄດ້­ນໍາເຖົ້າແກ່ ຄອບ­ຄົວ ແລະ­­ສັງ­ຄົມ ) 

1. ວັດ­ກຸດ ຫຼືວັນ­ສັງ­ຂານລ່ອງ ວັນເນົາ ແລະ­­ວັນ­ສັງ­ຂານ­ຂຶ້ນ (ຫ້າມເອົາເງິນ­ອອກ­ຈາກ­ຄັງ ຫຼືກະ­­ຖົງໃຫຍ່) ແຕ່­ວັນ­ບຸນຕ້ອງໄດ້ໃຊ້ເງິນ ທ່ານ­ຈຶ່ງ­ມີວິທີແກ້ວ່າ ໃຫ້ເອົາເງິນ­ອອກ­ຈາກ­ຄັງ ຫຼືຖົງໃຫຍ່ແຕ່­ກາງ­ຄືນ­ຂອງ­ວັນກ່ອນຈະ­­ເປັນ­ວັນ­ສັງ­ຂານ­ສຸດ(ກຸດ) ຫຼືວັນ­ສັງ­ຂານລ່ອງ(ລ່ວງ) ຄືໃຫ້­ງົບປະ­­ມານວ່າ ໃນ­ງານ­ບຸນ­ນີ້ຈະ­­ໃຊ້ເງິນ­ຫຼາຍນ້ອຍເທົ່າໃດ ? ໃຫ້ເອົາອອກເທົ່ານັ້ນ. ປິນີ້ ກໍໃຫ້ເອົາອອກ­ຕັ້ງແຕ່­ຄືນ­ຂອງ­ວັນ­ທີ 13 ເພາະ­­ວັນ­ທີ່ 14 ກໍເປັນ­ວັນ­ກຸດແລ້ວ. 
- ຮອດ­ວັນ­ກຸດ (ສັງ­ຂານລ່ວງ) ຕື່ນເຊົ້າໃຫ້­ອາບ­ນໍ້າແຕ່ເດີກ 3-4-5 ໂມງ ຊໍາ­ຮະ­­ຮ່າງ­ກາຍ, ອະ­­ນາໄມເຮືອນ­ຊານ ນັບແຕ່ 6 ໂມງໄປກໍໃຫ້­ອາ­ຣາດທະ­­ນາ­ພຣະ­­ໃນເຮືອນ­ລົງອະ­­ນາໄມ­ຂັດ­ສີຈົນ ສະ­­ອາດ ຕ້ອງ­ອາ­ລາດທະ­­ນາເພີ່ນ­ລົງ­ສົງ ສໍາ­ຄັນຕ້ອງອະ­­ນາໄມ ແລະ­­ຂັດ­ສີເພິ່ນ, ແບບ­ບູຮານ ແມ່ນແຕ່ງ­ນໍ້າ 3 ຢ່າງ ຄື ນໍ້າ­ສົ້ມ ທີ່­ບູຮານເຮົາ­ປະ­­ດິດໄດ້ ຄື ເອົາກ້ານ­ໝາກ­ນັກ­ມາມັດໃສ່­ກັນ­ຈັກ 10 ມັດ, ເອົາ­ຂີ້­ຫູດ(ໝາກ­ກູດ) ສົ້ມປ່ອຍ ທັງ­ໝາກ­ທັງໃບ ມາ­ຕົ້ມໃສ່­ກັນ­ຕົ້ມ­ສຸກແລ້ວແບ່ງເປັນ­ສອງສ່ວນ ສ່ວນ­ທີນຶ່ງ­ຂັດ­ສີພຣະ­­ຢູ່ເຮືອນ ສ່ວນ­ທີ່ສອງເອັດໄປ ຂັດພຣະ­­ທີ່­ວັດ(ຕອນເອົາ­ພຣະ­­ລົງ­ສົງ ເຊິ່ງ­ທາງ­ວັດ ຫຼືອົງ­ການ­ຈັດ­ຕັ້ງບ້ານ ຈະ­­ນັດເວລາ­ຕ່າງ­ຫາກ, ເມື່ອໄຫວ້ພຣະ­­ແລ້ວ ກໍອາ­ຣາດທະ­­ນາ­ພຣະ­­ລົງ ແລ້ວເອົາ­ພຣະ­­ແບ່ງ­ກັນໄປຂັດ ບົວລະ­­ບັດ ຂັດ­ສີ ຂັດ­ຈົນກ້ຽງ­ຂາວ ແລ້ວລ້າງດ້ວຍ­ນໍ້າ­ສະ­­ອາດ ຈຶ່ງເອົາໄປໄວ້­ທີ່ຮ້ານ­ສົງພຣະ­­ ແລ້ວຈຶ່ງ­ນິມົນພຣະ­­ສົງ ສາມະ­­ເນນ­ລົງ­ມາ­ສົງ­ນໍ້າອົບ­ນໍ້າ­ຫອມພຣະ­­ ໂດຍ­ການ­ສູດຊະ­­ຍັນໂຕ ແລ້ວຍາດໂຍມ­ຈຶ້ງ­ສົງພຣະ­­ຕາມ­ທີຫຼັງ, ສ່ວນເຮັດ­ທີ່ເຮືອນ­ກໍສົງພຣະ­­ຕາມໃຈຕາມ­ຂັ້ນ­ຕອນ. 
- ວິທິເຮັດ­ນໍ້າ­ຫອມແບບ­ບູຮານ ເຮົາ­ຈະ­­ເກັບ­ດອກໄມ້­ທີ່­ມີກິ່ນ­ຫອມ­ຕາກແຫ້ງໄວ້ແຕ່ເດືອນ­ສາມ ເຊັ່ນ­ດອກຂະ­­ຍອມ, ດອກ­ຈໍາ­ປາແດງ ແລະ­­ດອກໄມ້­ອື່ນໆ­­ທີ່­ມີກິ່ນ­ຫອມ ຮັດ­ວັນ­ສັງ­ຂາກ­ກຸດ(ລ່ວງ) ເຂົາ­ຈະ­­ຕົ້ມ­ນໍ້າ ປະ­­ໄວ້­ອຸ່ນໆ­­ແລ້ວແຊ່ດອກໄມ້­ລົງ ນໍ້າແບບ­ນີ້ເຂົາວ່ານໍ້າອົບ ນໍ້າ­ຫອມ, ນໍ້າອົບ­ນໍ້າ­ຫອມແບບ­ນີ້ແລ້ວເໝາະ­­ແກ່­ການ­ສົງພຣະ­­ ເຂົາ­ຈະ­­ບໍ່ເອົານໍ້າ­ທົ່ວທີບ ແຕ່­ປັດ­ຈຸບັນ­ນີ້ ມີນໍ້າອົບ­ຫອມ ສັງເຄາະ­­ຫາ­ຊື້ງ່າຍ. 
- ວັນ­ສັງ­ຂານລ່ວງ(ກຸດ) ບາງ­ຄອບ­ຄົວຖືໂອກາດ­ທໍາບຸນ ທີ່ເຮືອນ ທີ່ບ້ານດ້ວຍ­ການ­ສູດ­ມົນລ້ຽງ ເຊົ້າເພນພຣະ­­ເປັນ­ສີຣິມຸງ­ຄຸນ­ກໍໄດ້ (ແຕ່­ປີນີ້ ຄື ເຊົ້າວັນ­ທີ 14 ເປັນ­ວັນ­ສີນ ທີ່­ວັດຕ້ອງ­ມີການ­ຕັກ ບາດ­ຖວາຍ­ສັງຄະ­­ທານ ກໍໄປທໍາບຸນ­ທີ່­ວັດກ່ອນ ຈຶ່ງ­ມາເອົາ­ພຣະ­­ລົງ­ທີ່ເຮືອນ­ກໍໄດ້ ອັນ­ໜຶ່ງ­ວັນ­ສັງ­ຂານລ່ວງ ຖືໂອກາດ­ສົມ­ມາ­ພໍ່ແມ່-ປູ່-ຍ່າ, ຕາ, ຍາຍ­ຕອນ­ນີ້.(ທີ່­ວັດ­ວຽງຈະ­­ເລີນ ມີການ­ຕັກ­ບາດປະ­­ຈໍາວັນ­ສິນ­ຢູ່ແລ້ວ ສະ­­ນັ້ນ ວັນ­ທີ 14 ຈຶ່ງ­ມີການ­ທໍາບຸນ­ຕັກ­ບາດ) 

2. ວັນເນົາ ທ່ານຫ້າມ­ນອນເວັນ ຕ້ອງ­ຫຼິ້ນ, ໄປທ່ຽວ, ໄປທໍາບຸນ ຫຼືໄປສົມ­ມາ­ຄາ­ລະ­­ວະ­­ບັນພະ­­ຊົນ ຊັກ­ດູກ ອຸທິດ­ກຸສົນ ຫຼືຈະ­­ຊັກ­ຊວນ­ກັນເຮັດ­ຕົ້ນ­ກັນ­ຫຼອນໄປຖວາຍພຣະ­­ກະ­­ເປັນ­ວັດທະ­­ນະ­­ທໍາ ວິທີທໍາບຸນ­ອີກແບບ­ໜຶ່ງ (ກັນ­ຫຼອນແມ່ນຫຍັງ - ກັນ­ຫຼອນ­ຄືກ­ການເຮັດ­ຕົ້ນ­ກາ­ລະ­­ພຶກ ໂດຍ­ການ­ຮິບໂຮມ­ປັດໄຈກັນ ແລ້ວກໍແຫ່ໄປຕາມ­ຄຸ້ມບ້ານ ໃຫ້­ຊາວບ້ານໄດ້ເພາະ­­ບຸນ­ອຸໂປໂມທະ­­ນານໍາ ແລ້ວກໍແຫ່ເຂົ້າວັດໄປມົນ­ຄູບາ­ຮັບ ແຕ່ວ່າການແຫ­ຕົ້ນໄປບໍ່ໄດ້ບອກ ຫຼືນະ­­ມົນພຣະ­­ໄວ້ກ່ອນລ່ວງ ໜ້າ ຄືໄປແບບ­ຫຼອນ ຈຶ່ງ­ຮັກວ່າກັນ­ຫຼອນ ແບບ­ນີ້ທ່ານວ່າໄດ້ອະ­­ນິສົງ­ຫຼາຍ) (ວັນເນົາ­ຫ້າມ­ນອນເວັນ ຜູ້ເຖົ້າແກ້ວ່າມັນ­ຊິເນົ່າ­ທັງ­ປີວ່າ­ຈັງ­ຊັ້ນ) ບາງເຮືອນ­ສວຍໂອກາດ­ຈັດ­ງານລ້ຽງ. 

3. ວັນ­ສັງ­ຂານ­ຂຶ້ນ ຕື່ນ­ຂຶ້ນ­ມາອາບ­ນໍ້າແຕ່ເດິກ 3-4-5 ໂມງ, ຮອດ 6 ໂມງ­ພາ­ສະ­­ມາ­ຊິກ­ຄອບ­ຄົວ ໄຫວ້ພຣະ­­ ເອົາ­ພຣະ­­ຂຶ້ນຮ້ານພຣະ­­ທີ່ເຮືອນແຕ່ເຊົ້າ, ຄາ­ລະ­­ວະ­­ພຣະ­­ພຸດ ແລະ­­ພໍ່ແມ່ ຜູ້­ອາວຸໂສໃນເຮືອນ ແລະ­­ໃຫ້ພອນ­ລູກ ຜູ້ແຂນໃຫ້­ກັນແຕ່ເຊົ້າ, ໄປທໍາບຸນ­ທີ່­ວັດ ຫຼືວ່າ­ຈະ­­ມົນພຣະ­­ມາ­ທີ່ເຮືອນ­ກໍໄດ້ ບາງ­ຄອບ­ຄົວເຮັດແຕ່­ວັນ­ອື່ນໆ­­ມາແລ້ວ ຢາກ­ທໍາບາ­ສີວັນ­ນີ້­ກໍໄດ້ ຫຼືບໍ່­ທໍາກໍໄດ້ ຫາກເຮັດ­ວັນ­ອື່ນແລ້ວ ກໍບໍ່ເປັນຫຍັງ ແຕ່ວ່າ­ປະ­­ເພນີແມ່ນ­ຖືວັນ­ນີ້ເປັນ­ວັນອ່ວຍ­ພອນໃຫ້­ກັນແລະ­­ກັນ ຫາກເຮັດ­ວັນ­ອື່ນແລ້ວ ກໍໃຫ້ເຮັດສະ­­ເພາະ­­ຄອບ­ຄົວແຕ່ເຊົ້າ ຈຶ້ງໄປເຮັດ­ກິດຈະ­­ກໍາອື່ນ, ບາ­ສີເຮືອນ ຄືໃຫ້­ບາ­ສີ ເສົາແຮກ, ເສົາ­ຂວັນ (ຄອບ­ບອກແມ່­ທໍລະ­­ນີທີ່ເສົາ­ຂວັນ ມີດອກໄມ້ 1 ຄຸ່ ທຽນ ທູບ ຢ່າງລະ­­ຄູ ຈູດ­ຄອບ­ບອກ) ບາ­ສີອຸນໍ້າ,(ຕູ້ເຢັນ) ບາ­ສີກ້ອນເສົ້າ ຄີໄຟ ຕຽງ­ນອນ ຫົວຂັ້ນໃດ ແລະ­­ຜັກ­ຕູເຮືອນ ຜັກ­ຕູບ້ານ ຜາຍ­ຜູກ­ບາ­ສີສິ່ງເລົ່ານີ້ ທ່ານໃຫ້ເອົາ ດອກ, ໃບ ຄູນ-ຍົມ ມາມັດດ້ວຍຝ້າຍ­ຂາວຍາວ ໃຫຍ່ໃຫ້ເໝາະ­­ສົມ­ກັບ­ສິ່ງ­ທີ່ຈະ­­ຜູກ ນັ້ນແລ້ວກໍເວົ້າ­ຕາມ­ຄວາມຕ້ອງ­ການ ສ່ວນໃຫຍ່ເວົ້າແຕ່ເລື່ອງ­ຢູ່­ດີມີສຸກ ໃນ­ພອນ 4 ອາຍຸ ວັນນະ­­ ສຸຂະ­­ ຜະ­­ຫຼະ­­ ຈະ­­ຂະ­­ຫຍາຍ­ຄວາມໄປຕາມໃຈມັກ. - ຫາກເປັນ­ການປ້ອງ­ກັນ­ພູດ­ຜີປີສາດ ທ່ານໃຫ້ເອົາກິ່ງໄມ້­ທີ່ເປັນ­ໜາມ­ມາ­ຜູກດ້ວຍຝ່າຍໄປ ມັດ­ສອງ­ທີ່ ຄື ຂັ້ນໃດເຮືອນ ແລະ­­ຜັກ­ຕູເຮືອນ. 
- ຕົກ­ຕອນແລງ ມີການ­ຂົນ­ດິນເຂົ້າວັດ ແລະ­­ຕົບພະ­­ທາດ­ຊາຍ ສິ່ງ­ທີ່­ກຽມໄປ ຄື ນໍ້າມົນ, ພຣະ­­ບົດ. ທຸງ­ຊໍ່, ທຸງໄຊ,(ເທົ່າອາຍຸ) ທຸກເຫຼັກ­ທຸງ­ທອງ ທຸງເງິນ (ແນວລະ­­ເທົ່າໃດ­ຕາມໃຈ ແຕ່ 1 ອັນ­ຂຶ້ນໄປ) ວິທີເຮັດພຣະ­­ທາດ­ຊາຍ ຈະ­­ເຮັດ­ລວມ­ກັນ ຫຼືເຮັດສະ­­ເພາະ­­ຕົນ­ກໍໄດ້ ຫາກເຮັດ­ລວມ­ກັນ ຈະ­­ເຮັດເປັນ­ກອງໃຫຍ່ ເປັນ­ຮຸບຕ່າງໆ­­ສວຍ­ງາມ ແລ້ວເອົາ­ສິ່ງ­ທີ່­ກຽມ­ມາ ໄປປັກໄວ້ ສ່ວນພຣະ­­ບົດ ແລະ­­ນໍ້າມົນ ເອົາໄປທໍາ­ພິທີຕອນ­ສູດ­ມຸງ­ຄຸນ ຖວາຍ­ກອງ­ຊາຍ. 

(ເປັນ­ອັນວ່າ ຈົບ­ພິທີການເຮັດ­ບຸນ­ປີໃໝ່ແບບ­ບູຮານ ທີ່ເປັນ­ວັດທະ­­ນະ­­ທໍາແບບ­ໜຶ່ງ ດຽວນີ້­ກໍຫາເບິ່ງ­ຍາກແນ່ແລ້ວ)

2556/08/30

ແຮກພົບ-ລາຈາກ



ແຮກພົບ-ລາຈາກ
        ໑. ແຮກພົບ
            “ສະບາຍດີ” ເປັນຄຳທັກທາຍຕ້ອນຮັບກັນຕອນແຮກພົບຂອງລາວເຮົາປັດຈຸບັນ, ແຕ່ກີ້ແຕ່ກ່ອນພຸ້ນ ຄົນລາວເຮົາພົບກັນໃນບ້ານ ໃນຊຸມຊົນ ພົບກັນບໍ່ມັກຈະທັກທາຍກັນດ້ວຍຄຳວ່າ “ສະບາຍດີ” ດອກ, ເຂົາຈະ ທັກທາຍກັນໂດຍອິງຕາມເຫດເຫດການ, ເຊັ່ນວ່າ ແຂກມາຢາມເຮືອນໃນໃນຂະນະເຈົ້າເຮືອນກິນເຂົ້າຢູ່ ຫາກແຂກຍັງບໍ່ທັນເຫັນເຈົ້າເຮືອນ ແຂກຈະກ່າວວ່າ “ຢູ່ເຮືອນບໍ ?” ຫາກແຂກໄດ້ຮັບຄຳຕອບເຊີນຂຶ້ນເຮືອນ, ເຂົາຈະຖາມວ່າ “ຢູ່ດີມີແຮງບໍ ?” ເຈົ້າເຮືອນຈະຕອບວ່າ “ໂດຍ ຢູ່ດີມີແຮງ” ຫາກເຈົ້າເຮືອນເປັນຜູ້ຍິງຈະ ຕອບວ່າ “ໝ່ອມ ຢູ່ດີມີແຮງ” ແລະພ້ອມກັບວ່າ “ມາກິນເຂົ້ານຳກັນ” ຜູ້ມາຢາມຈະກ່າວວ່າ “ເຊີນແຊບ” ຫຼືວ່າ “ເຊີນໂລດ ຫຼືກິນໂລດ ເບິ່ງຕາມສະຖານະການ ແຕ່ຫາກແຂກບໍ່ໄດ້ມາຫາເຮົາແຂກຈະຮ້ອງຖາມວ່າ “ໄທເຮືອນນີ້ຢູ່ບໍ ກິນເຂົ້າເຊົ້າ/ສວາຍ/ແລງ/ແລ້ວບໍ”(ອິງຕາມເວລາ), ເຈົ້າເຮືອນຍິນຈະຕອບວ່າ ຫາກກິນ ເຂົ້າແລ້ວ “ກິນແລ້ວ” ຕໍ່ດ້ວຍຄຳວ່າ “ຊິໄປໃສນໍ ?” ຫາກຍັງບໍ່ທັນກິນ ຈະຕອບວ່າ “ຍັງບໍ່ທັນກິນ” ຕາມ ດ້ວຍຄຳ “ຊິໄປໃສນໍ” ຫາກກຳລັງກິນຢູ່ ກໍຈະຕອບດ້ວຍຄຳວ່າ “ມາເດີກິນເຂົ້າ” ເລົ່ານີ້ເປັນຕົ້ນ, ຢ່າງ ໃດກໍຕາມ ຫາກຢູ່ໃນສະຖານະການອື່ນໆ ມັກຈະກ່າວຕ້ອນຮັບດ້ວຍຄຳວ່າ “ຢູ່ດີມີແຮງ” ຫຼື “ຢູ່ດີມີແຮງບໍ”, ຫຼືຫາກພົບໃນຂະນະຕອນເຮັດວຽກ ມັກຈະກ່າວຄຳວ່າ “ເຮັດຢູ່ຫຍັງນໍ”, ຄົນທີ່ຕອບຈະຕອບວ່າ ຕາມສະ ຖານະການນັ້ນໆ, ຫາກໄປຢາມຄົນໄຂ້ປ່ວຍ ຈະຖາມວ່າ “ຊວ່າງແນ່ແລ້ວບໍ”, ຫາກຖາມເຖິງຄົນອື່ນ ເຊັ່ນວ່າ ເຮົາພົບກັບລູກຊາຍຂອງຄົນທີ່ເຮົາຮູ້ຈັກກັນຈະຖາມວ່າ “ໄປໃສມາ” ຜູ້ຕອບກະຕອບຕາມຄວາມເປັນຈິງ, ແລ້ວຄົນຖາມຈະຖາມວ່າ “ພໍ່ ຫຼືແມ່ສະບາຍດີບໍ ?” ເລົ່ານີ້ເປັນຕົ້ນ.
            ມາໃນຍະໜຶ່ງ ສະໄໝລະບອບຣາຊະອານາຈັກ, ທາງການຈະໃຊ້ຄຳວ່າ “ສະຫວັດດີ” ເປັນຄຳທັກ ທາຍສາມັນ, ຫາກຕອນເຊົ້າ ກໍວ່າ “ອະຣຸນສະຫວັດ” ຕອນກາງຄືນຈະວ່າ “ຣາຕີສະຫວັດ” ແຕ່ເວົ້າທົ່ວໄປ ຈະໃຊ້ຄຳວ່າ “ສະຫວັດດີ” ບາງຄົນກໍວ່າສະຫວັດສະດີ, ແຕ່ບາງຄັ້ງ ເຊິ່ງບໍ່ແມ່ນທາງການວ່າ “ສະບາຍດີ”.
            ຫຼັງຈາກປີ ໑໙໗໕ ເປັນຕົ້ນມາ ຈະປ່ຽນມານິຍົມໃຊ້ “ສະບາຍດີ” ທັງໝົດທົ່ວປະເທດ” ເພື່ອໃຫ້ຄຳວ່າ ສະບາຍດີຟັງມ່ວນໆ ບາງຄັ້ງກໍວ່າ “ສະບາຍດີ ຈ້າວ”, ຫຼື “ສະບາຍດີຂ້ານ້ອຍ”. ຫາກເວົ້ານຳປະຊຸມຊົນກໍ ວ່າ “ສະບາຍດີ ພໍ່ແມ່ພີ່ນ້ອງ” ຫາກເວົ້າກັບຊຸມນຸມແຫ່ງເດັກນ້ອຍກໍວ່າ “ສະບາຍດີນ້ອງໆ” ຫາກເວົ້າກັບ ເພື່ອນໆຮ່ວມຫ້ອງຮຽນ ຮ່ວມກຸ່ມດຽວກັນ ກໍວ່າ “ສະບາຍດີ ເພື່ອນໆ” ເບິ່ງຕາມກາລະ ບຸກຄົນ, ຫາກເວົ້າ ໃນຊຸມນຸມທາງການ “ສະບາຍດີທ່ານຍິງ ທ່ານຊາຍ” ຫຼື “ສະບາຍດີ ທ່ານຜູ້ມີກຽດ” ຫຼື ສະບາຍດີ ສຸພາບ ບູຣຸດສຸພາບສະຕີ” ອີງຕາມຜູ້ທີ່ຈະເລືອກໃຊ້.
            ສ່ວນພາສາກາຍ ອີງຕາມສະຖານະ ຈະຍົກມີໄຫວ້ກ່ອນກ່າວຄຳທັກທາຍ, ລັກສະນະທັກທາຍດ້ວຍ ພາສາກາຍ ມັກຈະເອົາມືສອງຂ້າງນົບ, ຫາກຄົນໃຫຍ່ເອົາມືຍົກພຽງດັງ ຫຼືປາກ, ຫາກເປັນເພື່ອນໆມັກຈະ ເອົາມືຍົກພຽງເອີກ ຈຶ່ງກ່າວຄຳສະບາຍດີ.
            ໒. ກ່ອນຈາກ
            ຄຳອຳລາ ມັກຈະກ່າວຄຳວ່າ “ຢູ່ດີມີແຮງ….ລາກ່ອນເດີ(ລາກ່ອນຂ້ານ້ອຍ, ລາກ່ອນເຈົ້າ) ຫຼື ບາງ ຄົນໃຊ້ຄຳວ່າ “ສຸກສະບາຍດີ ລາກ່ອນ”
            ຫາກຄົນສະໄໝນີ້ ມັກຈະໃຊ້ ບາຍບາຍໆໆໆໆ