2554/11/19

ແຕ່ງຄາຍ ສູດຖອດ ເພື່ອປຸກເຮືອນ


ພາກ ໑ ເຮັດໂທງ
໑. ກະໂທງ ໔ ແຈ ເກົ້າຫ້ອງ ແທກຕາມສອກເຈົ້າບ້ານ.
໒. ເຂົ້າດຳ ແດງ ເຫຼືອງ ຂາວ ໝ້ຽງ ໝາກ ເທົ່າອາຍຸເຈົ້າບ້ານ
໓. ທຸງໄຊ ໗ ສີ ເທົ່າອາຍຸເຈົ້າເຮືອນ
໔. ຊີນແຫ້ງປາຕາຍ.
໕. ຄຳໝາກກອກຢາ.

ພາກ ໑ ເຮັດນຳ້ມົນ
໑. ນຳ້ ໑ ໂອ(ຂັນ)
໒. ທຽນຄ່່ສອກວຽນຫົວເຈົ້າບ້ານ.(ຫຼືຄົນພາຍໃນປົກຄອງ).
໓. ສົ້ມປ່ອຍເຜົາ ໗ ຝານ

ພາກ ໓ ເຮັດເຄື່ອງມຸງຄຸນ
໑. ໄຊ ໑ ອັນ
໒. ເອົາເງິນຄຳກຳແກ້ວໃສ່ພໍປະມານ
໓. ຝ້າຍຂາວ ໑ ລອນ
໔. ແຜນ້ອຍໆ ໙ ສີ ກວ້າງ ໑ ຄືບ ຍາວ ໑ ວ່າ(ຫາຊື້ໃນຮ້ານກອງບຸນ)
໕. ງ່າຄູນ, ໃບທອງ ໃບເງິນ ໃບຍໍ

ພາກ ໔ ເຄື່ອງຣັຕນະຊາຕ
໑. ໂລຫະ ໙ ຊະນິດ ເຊັ່ນ ຄຳ ເງິນ ທອງ ເຫຼັກ ໂລ ຊືນ ກົວ, ຊືນ ແກ້ວ ແລະອື່ນໆ
໒. ແຜ່ນເງິນ ແຜ່ນທອງ ແນວລະ ໔ ແຜ່ນ(ເອົາມາໃຫ້ອາຈານລົງຄາຖາກ່ອນວັນສູດ)

ພາກ ໕ ເຄື່ອງສູດຖອດ
໑. ໂທງ ໓ ແຈ ໔ ອັນ.
໒. ໃສ່ເຂົ້າດຳ ແດງ ເຫລືອງ ຂາວ ຊີ້ນແຫ້ງປາຕາຍແນວລະ ໑ ອັນ
໓. ຄຳໝາກ ກອກຢາ ແນວລະ ໑ ອັນ
໔​. ທຽນ ໑ ຄູ່

ພາກ ໖ ເຄື່ອງສູຕຍັດ
໑. ງ່າຄູນໃຫຍ່ພໍເຮັດຫຼັກໄດ້ ແທກເທົ່າສອກ ເຈົ້າບ້ານ ໔ ຫັຼັກ(ສ້ຽມກົກໃຫ້ແຫຼມ)
໒. ຄ້ອນໄມ້ໃຜ່ສ້າງໄພ ຫຼືສ້າງຄຳຍິ່ງດີ  ໔ ຕ້ອງ(ເອົາຕໍມັນເຮັດຄ້ອນ)

ไม่มีความคิดเห็น:

แสดงความคิดเห็น