ວັດທະນະທໍາ ສະຫຼອງປີໃໝ່ແບບບູຮານ ທີ່ຄວນປະຕິບັດ(ຈື່ໄດ້ນໍາເຖົ້າແກ່ ຄອບຄົວ ແລະສັງຄົມ )
1. ວັດກຸດ ຫຼືວັນສັງຂານລ່ອງ ວັນເນົາ ແລະວັນສັງຂານຂຶ້ນ (ຫ້າມເອົາເງິນອອກຈາກຄັງ ຫຼືກະຖົງໃຫຍ່) ແຕ່ວັນບຸນຕ້ອງໄດ້ໃຊ້ເງິນ ທ່ານຈຶ່ງມີວິທີແກ້ວ່າ ໃຫ້ເອົາເງິນອອກຈາກຄັງ ຫຼືຖົງໃຫຍ່ແຕ່ກາງຄືນຂອງວັນກ່ອນຈະເປັນວັນສັງຂານສຸດ(ກຸດ) ຫຼືວັນສັງຂານລ່ອງ(ລ່ວງ) ຄືໃຫ້ງົບປະມານວ່າ ໃນງານບຸນນີ້ຈະໃຊ້ເງິນຫຼາຍນ້ອຍເທົ່າໃດ ? ໃຫ້ເອົາອອກເທົ່ານັ້ນ. ປິນີ້ ກໍໃຫ້ເອົາອອກຕັ້ງແຕ່ຄືນຂອງວັນທີ 13 ເພາະວັນທີ່ 14 ກໍເປັນວັນກຸດແລ້ວ.
- ຮອດວັນກຸດ (ສັງຂານລ່ວງ) ຕື່ນເຊົ້າໃຫ້ອາບນໍ້າແຕ່ເດີກ 3-4-5 ໂມງ ຊໍາຮະຮ່າງກາຍ, ອະນາໄມເຮືອນຊານ ນັບແຕ່ 6 ໂມງໄປກໍໃຫ້ອາຣາດທະນາພຣະໃນເຮືອນລົງອະນາໄມຂັດສີຈົນ ສະອາດ ຕ້ອງອາລາດທະນາເພີ່ນລົງສົງ ສໍາຄັນຕ້ອງອະນາໄມ ແລະຂັດສີເພິ່ນ, ແບບບູຮານ ແມ່ນແຕ່ງນໍ້າ 3 ຢ່າງ ຄື ນໍ້າສົ້ມ ທີ່ບູຮານເຮົາປະດິດໄດ້ ຄື ເອົາກ້ານໝາກນັກມາມັດໃສ່ກັນຈັກ 10 ມັດ, ເອົາຂີ້ຫູດ(ໝາກກູດ) ສົ້ມປ່ອຍ ທັງໝາກທັງໃບ ມາຕົ້ມໃສ່ກັນຕົ້ມສຸກແລ້ວແບ່ງເປັນສອງສ່ວນ ສ່ວນທີນຶ່ງຂັດສີພຣະຢູ່ເຮືອນ ສ່ວນທີ່ສອງເອັດໄປ ຂັດພຣະທີ່ວັດ(ຕອນເອົາພຣະລົງສົງ ເຊິ່ງທາງວັດ ຫຼືອົງການຈັດຕັ້ງບ້ານ ຈະນັດເວລາຕ່າງຫາກ, ເມື່ອໄຫວ້ພຣະແລ້ວ ກໍອາຣາດທະນາພຣະລົງ ແລ້ວເອົາພຣະແບ່ງກັນໄປຂັດ ບົວລະບັດ ຂັດສີ ຂັດຈົນກ້ຽງຂາວ ແລ້ວລ້າງດ້ວຍນໍ້າສະອາດ ຈຶ່ງເອົາໄປໄວ້ທີ່ຮ້ານສົງພຣະ ແລ້ວຈຶ່ງນິມົນພຣະສົງ ສາມະເນນລົງມາສົງນໍ້າອົບນໍ້າຫອມພຣະ ໂດຍການສູດຊະຍັນໂຕ ແລ້ວຍາດໂຍມຈຶ້ງສົງພຣະຕາມທີຫຼັງ, ສ່ວນເຮັດທີ່ເຮືອນກໍສົງພຣະຕາມໃຈຕາມຂັ້ນຕອນ.
- ວິທິເຮັດນໍ້າຫອມແບບບູຮານ ເຮົາຈະເກັບດອກໄມ້ທີ່ມີກິ່ນຫອມຕາກແຫ້ງໄວ້ແຕ່ເດືອນສາມ ເຊັ່ນດອກຂະຍອມ, ດອກຈໍາປາແດງ ແລະດອກໄມ້ອື່ນໆທີ່ມີກິ່ນຫອມ ຮັດວັນສັງຂາກກຸດ(ລ່ວງ) ເຂົາຈະຕົ້ມນໍ້າ ປະໄວ້ອຸ່ນໆແລ້ວແຊ່ດອກໄມ້ລົງ ນໍ້າແບບນີ້ເຂົາວ່ານໍ້າອົບ ນໍ້າຫອມ, ນໍ້າອົບນໍ້າຫອມແບບນີ້ແລ້ວເໝາະແກ່ການສົງພຣະ ເຂົາຈະບໍ່ເອົານໍ້າທົ່ວທີບ ແຕ່ປັດຈຸບັນນີ້ ມີນໍ້າອົບຫອມ ສັງເຄາະຫາຊື້ງ່າຍ.
- ວັນສັງຂານລ່ວງ(ກຸດ) ບາງຄອບຄົວຖືໂອກາດທໍາບຸນ ທີ່ເຮືອນ ທີ່ບ້ານດ້ວຍການສູດມົນລ້ຽງ ເຊົ້າເພນພຣະເປັນສີຣິມຸງຄຸນກໍໄດ້ (ແຕ່ປີນີ້ ຄື ເຊົ້າວັນທີ 14 ເປັນວັນສີນ ທີ່ວັດຕ້ອງມີການຕັກ ບາດຖວາຍສັງຄະທານ ກໍໄປທໍາບຸນທີ່ວັດກ່ອນ ຈຶ່ງມາເອົາພຣະລົງທີ່ເຮືອນກໍໄດ້ ອັນໜຶ່ງວັນສັງຂານລ່ວງ ຖືໂອກາດສົມມາພໍ່ແມ່-ປູ່-ຍ່າ, ຕາ, ຍາຍຕອນນີ້.(ທີ່ວັດວຽງຈະເລີນ ມີການຕັກບາດປະຈໍາວັນສິນຢູ່ແລ້ວ ສະນັ້ນ ວັນທີ 14 ຈຶ່ງມີການທໍາບຸນຕັກບາດ)
2. ວັນເນົາ ທ່ານຫ້າມນອນເວັນ ຕ້ອງຫຼິ້ນ, ໄປທ່ຽວ, ໄປທໍາບຸນ ຫຼືໄປສົມມາຄາລະວະບັນພະຊົນ ຊັກດູກ ອຸທິດກຸສົນ ຫຼືຈະຊັກຊວນກັນເຮັດຕົ້ນກັນຫຼອນໄປຖວາຍພຣະກະເປັນວັດທະນະທໍາ ວິທີທໍາບຸນອີກແບບໜຶ່ງ (ກັນຫຼອນແມ່ນຫຍັງ - ກັນຫຼອນຄືກການເຮັດຕົ້ນກາລະພຶກ ໂດຍການຮິບໂຮມປັດໄຈກັນ ແລ້ວກໍແຫ່ໄປຕາມຄຸ້ມບ້ານ ໃຫ້ຊາວບ້ານໄດ້ເພາະບຸນອຸໂປໂມທະນານໍາ ແລ້ວກໍແຫ່ເຂົ້າວັດໄປມົນຄູບາຮັບ ແຕ່ວ່າການແຫຕົ້ນໄປບໍ່ໄດ້ບອກ ຫຼືນະມົນພຣະໄວ້ກ່ອນລ່ວງ ໜ້າ ຄືໄປແບບຫຼອນ ຈຶ່ງຮັກວ່າກັນຫຼອນ ແບບນີ້ທ່ານວ່າໄດ້ອະນິສົງຫຼາຍ) (ວັນເນົາຫ້າມນອນເວັນ ຜູ້ເຖົ້າແກ້ວ່າມັນຊິເນົ່າທັງປີວ່າຈັງຊັ້ນ) ບາງເຮືອນສວຍໂອກາດຈັດງານລ້ຽງ.
3. ວັນສັງຂານຂຶ້ນ ຕື່ນຂຶ້ນມາອາບນໍ້າແຕ່ເດິກ 3-4-5 ໂມງ, ຮອດ 6 ໂມງພາສະມາຊິກຄອບຄົວ ໄຫວ້ພຣະ ເອົາພຣະຂຶ້ນຮ້ານພຣະທີ່ເຮືອນແຕ່ເຊົ້າ, ຄາລະວະພຣະພຸດ ແລະພໍ່ແມ່ ຜູ້ອາວຸໂສໃນເຮືອນ ແລະໃຫ້ພອນລູກ ຜູ້ແຂນໃຫ້ກັນແຕ່ເຊົ້າ, ໄປທໍາບຸນທີ່ວັດ ຫຼືວ່າຈະມົນພຣະມາທີ່ເຮືອນກໍໄດ້ ບາງຄອບຄົວເຮັດແຕ່ວັນອື່ນໆມາແລ້ວ ຢາກທໍາບາສີວັນນີ້ກໍໄດ້ ຫຼືບໍ່ທໍາກໍໄດ້ ຫາກເຮັດວັນອື່ນແລ້ວ ກໍບໍ່ເປັນຫຍັງ ແຕ່ວ່າປະເພນີແມ່ນຖືວັນນີ້ເປັນວັນອ່ວຍພອນໃຫ້ກັນແລະກັນ ຫາກເຮັດວັນອື່ນແລ້ວ ກໍໃຫ້ເຮັດສະເພາະຄອບຄົວແຕ່ເຊົ້າ ຈຶ້ງໄປເຮັດກິດຈະກໍາອື່ນ, ບາສີເຮືອນ ຄືໃຫ້ບາສີ ເສົາແຮກ, ເສົາຂວັນ (ຄອບບອກແມ່ທໍລະນີທີ່ເສົາຂວັນ ມີດອກໄມ້ 1 ຄຸ່ ທຽນ ທູບ ຢ່າງລະຄູ ຈູດຄອບບອກ) ບາສີອຸນໍ້າ,(ຕູ້ເຢັນ) ບາສີກ້ອນເສົ້າ ຄີໄຟ ຕຽງນອນ ຫົວຂັ້ນໃດ ແລະຜັກຕູເຮືອນ ຜັກຕູບ້ານ ຜາຍຜູກບາສີສິ່ງເລົ່ານີ້ ທ່ານໃຫ້ເອົາ ດອກ, ໃບ ຄູນ-ຍົມ ມາມັດດ້ວຍຝ້າຍຂາວຍາວ ໃຫຍ່ໃຫ້ເໝາະສົມກັບສິ່ງທີ່ຈະຜູກ ນັ້ນແລ້ວກໍເວົ້າຕາມຄວາມຕ້ອງການ ສ່ວນໃຫຍ່ເວົ້າແຕ່ເລື່ອງຢູ່ດີມີສຸກ ໃນພອນ 4 ອາຍຸ ວັນນະ ສຸຂະ ຜະຫຼະ ຈະຂະຫຍາຍຄວາມໄປຕາມໃຈມັກ. - ຫາກເປັນການປ້ອງກັນພູດຜີປີສາດ ທ່ານໃຫ້ເອົາກິ່ງໄມ້ທີ່ເປັນໜາມມາຜູກດ້ວຍຝ່າຍໄປ ມັດສອງທີ່ ຄື ຂັ້ນໃດເຮືອນ ແລະຜັກຕູເຮືອນ.
- ຕົກຕອນແລງ ມີການຂົນດິນເຂົ້າວັດ ແລະຕົບພະທາດຊາຍ ສິ່ງທີ່ກຽມໄປ ຄື ນໍ້າມົນ, ພຣະບົດ. ທຸງຊໍ່, ທຸງໄຊ,(ເທົ່າອາຍຸ) ທຸກເຫຼັກທຸງທອງ ທຸງເງິນ (ແນວລະເທົ່າໃດຕາມໃຈ ແຕ່ 1 ອັນຂຶ້ນໄປ) ວິທີເຮັດພຣະທາດຊາຍ ຈະເຮັດລວມກັນ ຫຼືເຮັດສະເພາະຕົນກໍໄດ້ ຫາກເຮັດລວມກັນ ຈະເຮັດເປັນກອງໃຫຍ່ ເປັນຮຸບຕ່າງໆສວຍງາມ ແລ້ວເອົາສິ່ງທີ່ກຽມມາ ໄປປັກໄວ້ ສ່ວນພຣະບົດ ແລະນໍ້າມົນ ເອົາໄປທໍາພິທີຕອນສູດມຸງຄຸນ ຖວາຍກອງຊາຍ.
(ເປັນອັນວ່າ ຈົບພິທີການເຮັດບຸນປີໃໝ່ແບບບູຮານ ທີ່ເປັນວັດທະນະທໍາແບບໜຶ່ງ ດຽວນີ້ກໍຫາເບິ່ງຍາກແນ່ແລ້ວ)

ไม่มีความคิดเห็น:
แสดงความคิดเห็น