2554/09/22

ເຮືອນສາມນ້ຳສີ່

ເຮືອນສາມ
໑. ເຮືອນຄົວ : ຈັດການເຮືອນຄົວໃຫ້ດີງາມເປັນລະບຽບຮຽບຮ້ອຍທຳຄວາມ
ສະອາດເບິ່ງງົດງາມ ຂອງໃຊ້ໃນເຮືອນຄົວຈັດໃຫ້ຖືກໝ້ອງ ຮັບຜິດຊອບງາມຄົວກິນ, ນອກຈການັ້ນ ວຽກງານຄົວເຮືອນທຸກປະເພດ ແມ່ນໜ້າທີ່ຂອງຜູ້ຍິງ.

໒. ເຮື້ອນຜົມ : ຄົນລາວບູຮານທຸກເຜົ່າຊົນແມ່ນເກົ້າຜົມໃຫ້ສວຍງາມສະເໝີ, ແຕ່ປັດຈຸບັນນີ້ ມີທັງດັດ, ມີທັງຕັດ, ມີທັງຊອຍ ແຕ່ຈະເຮັດຈັ່ງໃດກໍສຸດແລ້ວແຕ່ຕາມໃຈມັກ ທັງນີ້ຕ້ອງຮັບປະກັນຄວາມງາມ, ສະອາດ ແລະຖືກກັບໂຄງໜ້າ.
໓. ເຮືອນກາຍ : ແຕ່ງກາຍໃຫ້ສະອາດຮຽບຮ້ອຍ ເບິ່ງແລ້ວງາມຕາ ແລະຢູ່ໃກ້ກໍບໍ່ເປັນທີ່ໜ້າລັງກຽດ.







ນ້ຳສີ່
໑. ນໍ້າດື່ມ : ນໍ້າໜ້າເຮືອນ ສະໄໝເກົ່າກ່ອນເພີ່ນມີອຸນໍ້າໜ້າເຮືອນ ໃສ່ກະບວຍໄວ້ພ້ອມ, ຫຼືຕັ້ງໄວ້ໜ້າເດີ່ນບ້ານເລີຍ ແຂກໄປໄທພໍໄດ້ຕັກກິນສະບາຍ, ນໍ້າໃນເຮືອນ ຄືນໍ້າໃນ ເຮືອນຄົວ ຫຼືເຮືອນໃຫຍ່ ອັນນີ້ເປັນນໍ້າສຳລັບໃຊ້ສອຍ ແລະທັງກິນ ຢ່າໃຫ້ຂາດແອ່ງຂາດອຸ ຢ່າງນ້ອຍຍາມຫິວກາງຄ່ຳການຄືນພໍໄດ້ຕັກິນ ຫຼືເມື່ອເກີດເຫດໄປຟືນຂຶ້ນມາພໍໄດ້ ດັບໄຟໃນເບື້ອງຕົ້ນໄດ້ ຄົນບໍ່ຮານຈຶ່ງມີຄຳເວົ້າວ່າ "ນໍ້າໃນໄຟຟືນ".


໒. ນໍ້າຄຳ : ນໍ້າຄຳນີ້ ເປັນຄຳເວົ້າຄຳຈາ ມ່ວນເພາະເສາະໃສ ບໍ່ກັບບໍ່ກອກ ເວົ້າຈາຊື່ກົງສະເໝີຕົ້ນ ສະເໝີປາຍ.
໓. ນໍ້າໃຈ : ເປັນຄົນມີນໍ້າໃຈໂອບອ້ອມອາຣີນຳຍາດພີ່ນ້ອງ ແລະເພື່ອນຝູງ, ຮູ້ຈັກທຳບຸນໃຫ້ທ່ານ ແກ່ສາສນາ ແລະສາມັນຊົນຄົວທົ່ວໄປ.
໔. ນໍ້າເຕົ້าປູນ : ຄວາມໝາຍໜຶ່ງ ແມ່ນວ່າຄົນລາວບູຮານທຸກເຜົ່າແມ່ນຄ້ຽວໝາກທັງຍິງທັງຊາຍ, ສະນັ້ນຄຳວ່ານໍ້າເຕົ້າປູນ ບໍ່ຄວນໃຫ້ແຫ້ງ ຄັນນໍ້າເຕົ້າປູນແຫ້ງ ເຂົາວ່າຍິງເຮືອນນັ້ນຂີ້ຄ້ານ, ອີກຄວາມໝາຍໜຶ່ງແມ່ນນ້ຳໃຊ້ ແລະອີກຄວາມໝາຍໜຶ່ງ ຄືນໍ້າເຕົ້າປູມ ຄືພູມຄວາມຮູ້ຂອງຜູ້ຍິງທີ່ເປັນແມ່ເຮືອນຕ້ອງມີຄວາມຮູ້ ສະຫຼາດໃນກິດຈະການງານທັງປວງ.

ไม่มีความคิดเห็น:

แสดงความคิดเห็น