2554/09/26

ຢາດນໍ້າຈັ່ງໃດດີ

ແມ່ອອກພໍ່ອອກ ເຄີຍຖາມພຣະອາຈານຫຼາຍຄັ້ງວ່າ “ອາຈານ ເອີຍຂ້າ ນ້ອຍຂໍຖາມແນ່ວ່າການຢາດນໍ້າຫຼັງທຳບຸນນັ້ນ ຢາດຈັ່ງໃດ ຂ້ານ້ອຍ”
ພຣະອາຈານກະຕອບງ່າຍບໍ່ຢອກ “ຢາດລົງໂລດ ຢາດລົງໂລດແມ່ອອກ ເອີຍ.”
ແມ່ອອກຖາມອີກວ່າ “ຢາດລົງໃສ ຂ້ານ້ອຍ”
ພຣະອາຈານຕອບ “ຢາດລົງດິນໂລດ ງ່າຍທີ່ສຸດ ຄັນແມ່ນຢູ່ໃນດິນ, ຄັນແມ່ນຢູ່ເຮືອນ ແລະທີ່ສາລາ ໃຫ້ຢາດລົງລົງພາສະນະຮອງຮັບ ແລ້ວຈຶ່ງໄປຢາດ ລົງດິນອີກຕໍ່ໜຶ່ງ”
ຕອນຢາດນັ້ນໃຫ້ເຮັດຈັ່ງໃດ ບໍ່ປາຖະໜາໃຫ້ບຸນຄໍ້ານໍ້າຊູເຮົາ ແລະຄອບ ຄົວ ແລ້ວກໍອຸທິດໄປຫາກເຈົ້າກັມນາຍເວນ ແລະທ່ານຜູ້ມີພຣະຄຸນນໍາເຮົາ, ທັງໃນຊາດນີ້ ແລະອະດີດຊາດຈົ່ງໄດ້ຮັບຜົນທານນີ້.
ແມ່ອອກ “ຂ້ານ້ອຍບໍ່ຮູ້ເວົ້າ ຈັກຊິເວົ້າຈັ່ງໃດ”
ພຣະອາຈານ ເວົ້າໄປໂລດ ບໍ່ຜິດດອກ ເວົ້າຕາມຄິດຢາກເວົ້າ, ເຂົາວ່າເວົ້າເສລີ ຄືເຮົາຄິດຢາກເວົ້າຫຍັງ ຂໍໃຫ້ເວົ້າອອກມາ ນຶກໃນໃຈ ບໍ່ມີກະຕິກາ ຄັນຊິເວົ້າຕາມກະຕິກາ ເຮົາຕ້ອງໄດ້ທ່ອງເອົາຕາມແບບເພິ່ນ ຄື ມີອະທາສີເມ, ອິມິ ນາ ຍັງກິນຈິ ຫຼືອື່ນໆ ເປັນພາສາປາລີ ຫາກຈະເວົ້າເປັນພາສາລາວ ອາຕະມາ ຈະເວົ້າໃຫ້ຟັງ ແລະຈະຂຽນໃຫ້ໄປທ່ອງ ສຳຄັນຂຽນໃຫ້ແລ້ວຕ້ອງໄປທ່ອງໃຫ້ໄດ້ເດີ ຄັນຊິທ່ອງເອົາຊິຂຽນໃຫ້ເດີ
- ແມ່ອອອກ ໂດຍຂ້ານ້ອຍ

ແບບທີ 1 ທີ່ເປັນລະບຽບແບບແຜນຄັກແນ່
- ບັນດາບຸນກຸສົນ ທີ່ຂ້ານ້ອຍໄດ້ກະທໍາໃນວັນນີ້ ຂໍໃຫ້ເປັນເຂົ້ານໍ້າ ເຄື່ອງທິບນານາ ເປັນວິມານທອງ ເຮືອງຮອງໂສພາ ກັບທັງນາງຟ້າ ພັນໜຶ່ງບໍຣິວານ ເຄື່ອງທິບທາງນີ້ຂໍໃຫ້ເຖິງຊົນນີ (ປູຍ່າ) ບິດາ(ພໍ່) ມານດາ(ແມ່) ຢ່ານານ ເຖິງຍາດທຸກໝູ່ ຄຣູບາອາຈານ ພົ້ນທຸກຢ່ານານ ໄດ້ວິມານທອງ ຜູ້ເຜດທັງຫຼາຍ ນະຣົກອະສຸຣະກາຍ ໝູ່ສັດທັງຜ່ອງ ເຕົ່າປາປູຫອຍ ໃຫຍ່ນ້ອຍເນືອງນອງ ຈົ່ງຕັ້ງໃຈປອງຮັບເອົາສ່ວນບຸນ ສັດນ້ອຍສັດໃຫຍ່ ຕົວເຮົາໄດ້ໃຊ້ ໄດ້ກະທໍາທາຣຸນ ບາບໃຊ້ປອງປຸນຮັບເອົາສ່ວນບຸນ ຮັບເອົາສ່ວນບຸນຢ່າເປັນເວນກັມ ອິນທາເທວາ ອີກທັງພົມມາ ທ້າວເວດສຸວັນ ພຣະພູມເຈົ້າທີ່ ຂໍໃຫ້ຂ້ານ້ອຍໄດ້ເປັນເສດຖີ ຄະຣືຫະບໍດີ ມົນຕີພຣະຍາ ຂໍໃຫ້ຫາຍພຣະຍາດໂຣຄາ ອາຍຸວັນນະ ສຸຂະພະລະເທີ້ນ ສາທຸ

ພຣະອາຈານຂຽນແລ້ວ ກໍເອົາມາໃຫ້ແມ່ອອກ ແມ່ອອກໄດ້ຮັບແລ້ວ ວ່າແຕ່ເຫັນເຈັ້ຍກໍເວົ້າຂຶ້ນທັນທີ "ສັງມາຍາວແທ້ ເຮັດຈັ່ງໃດຊິຈື່ ຂ້ານ້ອຍ" ພຣະອາຈານກໍເວົ້າວ່າ ທ່ອງເອົາແມ່ອອກເອີຍ, ແມ່ອອກກະວ່າ ຊິມີເວລາທ່ອງນໍ ຂ້ານ້ອຍ, ອາຈານກໍວ່າ ເອົາຈັ່ງຊັ້ນກໍເອົາໂຕສັ້ນໆ ໄປທ່ອງເດີ ເອົາຊິຂຽນໃຫ້.

ແບບທີ 2 ຢາດນໍ້າແບບສັ້ນ
- ອະທັງໂນ ຍາຕິນັງ ໂຫຕຸ ສຸຂີຕາໂຫຕຸ - ບຸນກຸສົນທີ່ຂ້ານ້ອຍທໍານີ້ ຂໍໃຫ້ເຖິງຍາດພີ່ນ້ອງຂອງຂ້ານ້ອຍໂດຍໄວ ແລະຂໍໃຫ້ຂ້ານ້ອຍມີຄວາມສຸກ ເທີ້ນ.

- ພຣະອາຈານຂຽນແລ້ວ ກໍເອົາໃຫ້ແມ່ອອກ ແມ່ອອກຮັບໄປແລ້ວ ກໍເອົາມາອ່ານເບິ່ງ ກໍອຸທານຂຶ້ນວ່າ ອືມ໌ ຈັ່ງຊີ້ກະໃຄແນ່, ຄືຊິຈື່ງ່າຍ, ແຕ່ວ່າສັ້ນ ຈັ່ງຊີ້ ກະຊິໄດ້ບຸນຢູ່ບໍ ອາຈານ ?
- ພຣະອາຈານກະຕອບວ່າ ອັນບຸນມັນໄດ້ຢູ່ແລ້ວ ຖ້າເຮັດຫຍັງດວຍຄວາມຕັ້ງໃຈ ປາຖະໜາແລ້ວ ກໍເຮັດພ້ອມ ຍ່ອມໄດ້ບຸນ, ຄັນບໍ່ໄດ້ດັ່ງທີ່ຂຽນໃຫ້ ກໍເວົ້າເອົາເອງຕາມໃຈ ສຸດແລ້ວແຕ່ຢາກເວົ້າ ຂໍໃຫ້ເປັນເລື່ອງດີ ເລື່ອງສະບາຍໃຈກະແລ້ວກັນ.

ไม่มีความคิดเห็น:

แสดงความคิดเห็น