2554/09/26

ອອກພັນສາ ແຕ່ບໍ່ລາພຣະເຈົ້າ

- ພຣະເຈົ້າໃນທີ່ນີ້ ໝາຍເຖິງພຣະພຸດທະຮູບ ຫຼືພຣະພຸດທະເຈົ້າ. ສຳລັບພຣະສົງແລ້ວ ການອອກພັນສາເປັນ ພຽງແຕ່ການສິ້ນສຸດເວລາຈຳວັດສາໃນໄລຍະລະດູຝົນເທົ່ານັ້ນ ອາດມີອິດສະລະໃນການເດີນທາງໄປມາໄດ້ ສະດວກສະບາຍ ແຕ່ກໍບໍ່ໄດ້ໝາຍຄວາມວ່າ ຈະບໍ່ໄດ້ສົນໃຈພຣະທັມວິນັຍ ເ​ໝືອນດັ່ງທີ່ພໍ່ອອກແມ່ອອກບາງຄົນ ເຂົ້າໃຈ ເຊັ່ນ ເຂົາເຈົ້າມັກຖາມຄູບາວ່າ ຄູບາປົດສິນແລ້ວບໍ? ເມື່ອໄດ້ພໍ້ກັບຄຳຖາມນີ້ ກໍຮູ້ວ່າ ຄວາມ ບໍ່ເຂົ້າໃຈນັ້ນ ເປັນອັນຕະຣາຍ ເພາະວ່າ ສິນຂອງພຣະພຸດທະເຈົ້າ ບໍ່ແມ່ນວ່າຈະເລືອກປະຕິບັດ ແລະຢາກປົດຍາມໃດກໍປົດ ເໝືອນກັບການເລືອກນຸ່ງຮົ່ມເສື້ອຜ້າອາພອນ.
- ເປັນອັນວ່າ ປົດບໍ່ໄດ້ ນັບແຕ່ມື້ບວດກໍຕ້ອງຮັກສາສິນຢູ່ຢ່າງນັ້ນໂດຍອັດຕະໂນມັດ ປຽບເໝືອນເກີດມາເປັນ ເສືອ ກໍຕ້ອງມີຂົນເສືອລາຍໆຢູ່ຢ່າງນັ້ນ ຖ້າເມື່ອໃດເສືອນັ້ນຖືກລອກໜັງອອກ ກໍໝາຍຄວາມວ່າເສືອນັ້ນຕາຍ ຖືກເຂົາລອກໜັງ.
- ພຣະພິກສຸສົງກໍເຊັ່ນດຽວກັນ ເວັ້ນເສັຍແຕ່ສິນເລັກໆນ້ອຍໆ ເຊັ່ນ ເວລາເຈັບເປັນ ເຂົ້າໂຮງໝໍ ກໍອາດ ສັນອາຫານແລງໄດ້, ນາງແພດຈັບຕ້ອງໄດ້ ເພື່ອອະນຸຍາດໃຫ້ປິ່ນປົວຮັກສາ.

ອອກພັນສາມາເຖິງບັ້ນ ອົງສັງໂຄຊິເອີ້ນສັ່ງ
ຊິໄດ້ລາຍາດພີ່ນ້ອງ ຂະໂຍມເຈົ້າຄູ່ສູ່ຄົນ
ລາທັງໂພສີຕົ້ນ ໃບໃຫຍ່ດົກໜາ
ລາທັງອົງປະຕິມາ ຢູ່ເນົາອາຮາມກວ້າງ

ລາທັງດວງໄຟໄຕ້ ແສງທຽນໃສສ່ອງ
ລາທັງໂຖດອກໄມ້ ປະດັບເອ້ສະຫງ່າງາມ
ລາທັງສາມະເນນພ້ອມ ສັງໂຄທຸກໝູ່ເຫຼົ່າ
ຊິໄດ້ໄກຈາກເຈົ້າ ເດີນດັ້ນດຸ່ງໄກ ກ່ອນແລ້ວ

ລາເພື່ອໄປທາງໜ້າ ຈາລີກທ່ຽວເທສະໜາ
ເພື່ອແພ່ຜາຍຄຳສອນ ແຫ່ງອົງພຸດໂທເຈົ້າ
ເພື່ອໃຫ້ຊາວຊົນເຊື້ອ ໄດ້ຍິນທັມສອນສັ່ງ
ພໍໄດ້ເຫັນຮຸ່ງຮູ້ ທາງແຈ້ງແຫ່ງທັມ ກ່ອນແລ້ວ.

ແມ່ນຊິລາໄປແລ້ວ ຈາກເຂດວັດສັນຕະ(ຣະດູຝົນ)
ແຕ່ວ່າໃນມະໂນນຶກ ໜ່ຽວນຳພຸດໂທເຈົ້າ
ທັມໃດດີມີຄຸນລົ້ນ ນຳຜົນປະເສີດຍິ່ງ
ທັມນັ້ນຍັງທ່ຽງຈິງ ບໍ່ມີແປປ່ຽນປິ້ນ ປະດັບໄວ້ເປັນແວ່ນໃຈ

ไม่มีความคิดเห็น:

แสดงความคิดเห็น