2557/04/13

ວັດທະ­­ນະ­­ທໍາ ສະ­­ຫຼອງ­ປີໃໝ່ແບບ­ບູຮານ ທີ່ຄວນປະ­­ຕິບັດ(ຈື່ໄດ້­ນໍາເຖົ້າແກ່ ຄອບ­ຄົວ ແລະ­­ສັງ­ຄົມ)

ວັດທະ­­ນະ­­ທໍາ ສະ­­ຫຼອງ­ປີໃໝ່ແບບ­ບູຮານ ທີ່ຄວນປະ­­ຕິບັດ(ຈື່ໄດ້­ນໍາເຖົ້າແກ່ ຄອບ­ຄົວ ແລະ­­ສັງ­ຄົມ ) 

1. ວັດ­ກຸດ ຫຼືວັນ­ສັງ­ຂານລ່ອງ ວັນເນົາ ແລະ­­ວັນ­ສັງ­ຂານ­ຂຶ້ນ (ຫ້າມເອົາເງິນ­ອອກ­ຈາກ­ຄັງ ຫຼືກະ­­ຖົງໃຫຍ່) ແຕ່­ວັນ­ບຸນຕ້ອງໄດ້ໃຊ້ເງິນ ທ່ານ­ຈຶ່ງ­ມີວິທີແກ້ວ່າ ໃຫ້ເອົາເງິນ­ອອກ­ຈາກ­ຄັງ ຫຼືຖົງໃຫຍ່ແຕ່­ກາງ­ຄືນ­ຂອງ­ວັນກ່ອນຈະ­­ເປັນ­ວັນ­ສັງ­ຂານ­ສຸດ(ກຸດ) ຫຼືວັນ­ສັງ­ຂານລ່ອງ(ລ່ວງ) ຄືໃຫ້­ງົບປະ­­ມານວ່າ ໃນ­ງານ­ບຸນ­ນີ້ຈະ­­ໃຊ້ເງິນ­ຫຼາຍນ້ອຍເທົ່າໃດ ? ໃຫ້ເອົາອອກເທົ່ານັ້ນ. ປິນີ້ ກໍໃຫ້ເອົາອອກ­ຕັ້ງແຕ່­ຄືນ­ຂອງ­ວັນ­ທີ 13 ເພາະ­­ວັນ­ທີ່ 14 ກໍເປັນ­ວັນ­ກຸດແລ້ວ. 
- ຮອດ­ວັນ­ກຸດ (ສັງ­ຂານລ່ວງ) ຕື່ນເຊົ້າໃຫ້­ອາບ­ນໍ້າແຕ່ເດີກ 3-4-5 ໂມງ ຊໍາ­ຮະ­­ຮ່າງ­ກາຍ, ອະ­­ນາໄມເຮືອນ­ຊານ ນັບແຕ່ 6 ໂມງໄປກໍໃຫ້­ອາ­ຣາດທະ­­ນາ­ພຣະ­­ໃນເຮືອນ­ລົງອະ­­ນາໄມ­ຂັດ­ສີຈົນ ສະ­­ອາດ ຕ້ອງ­ອາ­ລາດທະ­­ນາເພີ່ນ­ລົງ­ສົງ ສໍາ­ຄັນຕ້ອງອະ­­ນາໄມ ແລະ­­ຂັດ­ສີເພິ່ນ, ແບບ­ບູຮານ ແມ່ນແຕ່ງ­ນໍ້າ 3 ຢ່າງ ຄື ນໍ້າ­ສົ້ມ ທີ່­ບູຮານເຮົາ­ປະ­­ດິດໄດ້ ຄື ເອົາກ້ານ­ໝາກ­ນັກ­ມາມັດໃສ່­ກັນ­ຈັກ 10 ມັດ, ເອົາ­ຂີ້­ຫູດ(ໝາກ­ກູດ) ສົ້ມປ່ອຍ ທັງ­ໝາກ­ທັງໃບ ມາ­ຕົ້ມໃສ່­ກັນ­ຕົ້ມ­ສຸກແລ້ວແບ່ງເປັນ­ສອງສ່ວນ ສ່ວນ­ທີນຶ່ງ­ຂັດ­ສີພຣະ­­ຢູ່ເຮືອນ ສ່ວນ­ທີ່ສອງເອັດໄປ ຂັດພຣະ­­ທີ່­ວັດ(ຕອນເອົາ­ພຣະ­­ລົງ­ສົງ ເຊິ່ງ­ທາງ­ວັດ ຫຼືອົງ­ການ­ຈັດ­ຕັ້ງບ້ານ ຈະ­­ນັດເວລາ­ຕ່າງ­ຫາກ, ເມື່ອໄຫວ້ພຣະ­­ແລ້ວ ກໍອາ­ຣາດທະ­­ນາ­ພຣະ­­ລົງ ແລ້ວເອົາ­ພຣະ­­ແບ່ງ­ກັນໄປຂັດ ບົວລະ­­ບັດ ຂັດ­ສີ ຂັດ­ຈົນກ້ຽງ­ຂາວ ແລ້ວລ້າງດ້ວຍ­ນໍ້າ­ສະ­­ອາດ ຈຶ່ງເອົາໄປໄວ້­ທີ່ຮ້ານ­ສົງພຣະ­­ ແລ້ວຈຶ່ງ­ນິມົນພຣະ­­ສົງ ສາມະ­­ເນນ­ລົງ­ມາ­ສົງ­ນໍ້າອົບ­ນໍ້າ­ຫອມພຣະ­­ ໂດຍ­ການ­ສູດຊະ­­ຍັນໂຕ ແລ້ວຍາດໂຍມ­ຈຶ້ງ­ສົງພຣະ­­ຕາມ­ທີຫຼັງ, ສ່ວນເຮັດ­ທີ່ເຮືອນ­ກໍສົງພຣະ­­ຕາມໃຈຕາມ­ຂັ້ນ­ຕອນ. 
- ວິທິເຮັດ­ນໍ້າ­ຫອມແບບ­ບູຮານ ເຮົາ­ຈະ­­ເກັບ­ດອກໄມ້­ທີ່­ມີກິ່ນ­ຫອມ­ຕາກແຫ້ງໄວ້ແຕ່ເດືອນ­ສາມ ເຊັ່ນ­ດອກຂະ­­ຍອມ, ດອກ­ຈໍາ­ປາແດງ ແລະ­­ດອກໄມ້­ອື່ນໆ­­ທີ່­ມີກິ່ນ­ຫອມ ຮັດ­ວັນ­ສັງ­ຂາກ­ກຸດ(ລ່ວງ) ເຂົາ­ຈະ­­ຕົ້ມ­ນໍ້າ ປະ­­ໄວ້­ອຸ່ນໆ­­ແລ້ວແຊ່ດອກໄມ້­ລົງ ນໍ້າແບບ­ນີ້ເຂົາວ່ານໍ້າອົບ ນໍ້າ­ຫອມ, ນໍ້າອົບ­ນໍ້າ­ຫອມແບບ­ນີ້ແລ້ວເໝາະ­­ແກ່­ການ­ສົງພຣະ­­ ເຂົາ­ຈະ­­ບໍ່ເອົານໍ້າ­ທົ່ວທີບ ແຕ່­ປັດ­ຈຸບັນ­ນີ້ ມີນໍ້າອົບ­ຫອມ ສັງເຄາະ­­ຫາ­ຊື້ງ່າຍ. 
- ວັນ­ສັງ­ຂານລ່ວງ(ກຸດ) ບາງ­ຄອບ­ຄົວຖືໂອກາດ­ທໍາບຸນ ທີ່ເຮືອນ ທີ່ບ້ານດ້ວຍ­ການ­ສູດ­ມົນລ້ຽງ ເຊົ້າເພນພຣະ­­ເປັນ­ສີຣິມຸງ­ຄຸນ­ກໍໄດ້ (ແຕ່­ປີນີ້ ຄື ເຊົ້າວັນ­ທີ 14 ເປັນ­ວັນ­ສີນ ທີ່­ວັດຕ້ອງ­ມີການ­ຕັກ ບາດ­ຖວາຍ­ສັງຄະ­­ທານ ກໍໄປທໍາບຸນ­ທີ່­ວັດກ່ອນ ຈຶ່ງ­ມາເອົາ­ພຣະ­­ລົງ­ທີ່ເຮືອນ­ກໍໄດ້ ອັນ­ໜຶ່ງ­ວັນ­ສັງ­ຂານລ່ວງ ຖືໂອກາດ­ສົມ­ມາ­ພໍ່ແມ່-ປູ່-ຍ່າ, ຕາ, ຍາຍ­ຕອນ­ນີ້.(ທີ່­ວັດ­ວຽງຈະ­­ເລີນ ມີການ­ຕັກ­ບາດປະ­­ຈໍາວັນ­ສິນ­ຢູ່ແລ້ວ ສະ­­ນັ້ນ ວັນ­ທີ 14 ຈຶ່ງ­ມີການ­ທໍາບຸນ­ຕັກ­ບາດ) 

2. ວັນເນົາ ທ່ານຫ້າມ­ນອນເວັນ ຕ້ອງ­ຫຼິ້ນ, ໄປທ່ຽວ, ໄປທໍາບຸນ ຫຼືໄປສົມ­ມາ­ຄາ­ລະ­­ວະ­­ບັນພະ­­ຊົນ ຊັກ­ດູກ ອຸທິດ­ກຸສົນ ຫຼືຈະ­­ຊັກ­ຊວນ­ກັນເຮັດ­ຕົ້ນ­ກັນ­ຫຼອນໄປຖວາຍພຣະ­­ກະ­­ເປັນ­ວັດທະ­­ນະ­­ທໍາ ວິທີທໍາບຸນ­ອີກແບບ­ໜຶ່ງ (ກັນ­ຫຼອນແມ່ນຫຍັງ - ກັນ­ຫຼອນ­ຄືກ­ການເຮັດ­ຕົ້ນ­ກາ­ລະ­­ພຶກ ໂດຍ­ການ­ຮິບໂຮມ­ປັດໄຈກັນ ແລ້ວກໍແຫ່ໄປຕາມ­ຄຸ້ມບ້ານ ໃຫ້­ຊາວບ້ານໄດ້ເພາະ­­ບຸນ­ອຸໂປໂມທະ­­ນານໍາ ແລ້ວກໍແຫ່ເຂົ້າວັດໄປມົນ­ຄູບາ­ຮັບ ແຕ່ວ່າການແຫ­ຕົ້ນໄປບໍ່ໄດ້ບອກ ຫຼືນະ­­ມົນພຣະ­­ໄວ້ກ່ອນລ່ວງ ໜ້າ ຄືໄປແບບ­ຫຼອນ ຈຶ່ງ­ຮັກວ່າກັນ­ຫຼອນ ແບບ­ນີ້ທ່ານວ່າໄດ້ອະ­­ນິສົງ­ຫຼາຍ) (ວັນເນົາ­ຫ້າມ­ນອນເວັນ ຜູ້ເຖົ້າແກ້ວ່າມັນ­ຊິເນົ່າ­ທັງ­ປີວ່າ­ຈັງ­ຊັ້ນ) ບາງເຮືອນ­ສວຍໂອກາດ­ຈັດ­ງານລ້ຽງ. 

3. ວັນ­ສັງ­ຂານ­ຂຶ້ນ ຕື່ນ­ຂຶ້ນ­ມາອາບ­ນໍ້າແຕ່ເດິກ 3-4-5 ໂມງ, ຮອດ 6 ໂມງ­ພາ­ສະ­­ມາ­ຊິກ­ຄອບ­ຄົວ ໄຫວ້ພຣະ­­ ເອົາ­ພຣະ­­ຂຶ້ນຮ້ານພຣະ­­ທີ່ເຮືອນແຕ່ເຊົ້າ, ຄາ­ລະ­­ວະ­­ພຣະ­­ພຸດ ແລະ­­ພໍ່ແມ່ ຜູ້­ອາວຸໂສໃນເຮືອນ ແລະ­­ໃຫ້ພອນ­ລູກ ຜູ້ແຂນໃຫ້­ກັນແຕ່ເຊົ້າ, ໄປທໍາບຸນ­ທີ່­ວັດ ຫຼືວ່າ­ຈະ­­ມົນພຣະ­­ມາ­ທີ່ເຮືອນ­ກໍໄດ້ ບາງ­ຄອບ­ຄົວເຮັດແຕ່­ວັນ­ອື່ນໆ­­ມາແລ້ວ ຢາກ­ທໍາບາ­ສີວັນ­ນີ້­ກໍໄດ້ ຫຼືບໍ່­ທໍາກໍໄດ້ ຫາກເຮັດ­ວັນ­ອື່ນແລ້ວ ກໍບໍ່ເປັນຫຍັງ ແຕ່ວ່າ­ປະ­­ເພນີແມ່ນ­ຖືວັນ­ນີ້ເປັນ­ວັນອ່ວຍ­ພອນໃຫ້­ກັນແລະ­­ກັນ ຫາກເຮັດ­ວັນ­ອື່ນແລ້ວ ກໍໃຫ້ເຮັດສະ­­ເພາະ­­ຄອບ­ຄົວແຕ່ເຊົ້າ ຈຶ້ງໄປເຮັດ­ກິດຈະ­­ກໍາອື່ນ, ບາ­ສີເຮືອນ ຄືໃຫ້­ບາ­ສີ ເສົາແຮກ, ເສົາ­ຂວັນ (ຄອບ­ບອກແມ່­ທໍລະ­­ນີທີ່ເສົາ­ຂວັນ ມີດອກໄມ້ 1 ຄຸ່ ທຽນ ທູບ ຢ່າງລະ­­ຄູ ຈູດ­ຄອບ­ບອກ) ບາ­ສີອຸນໍ້າ,(ຕູ້ເຢັນ) ບາ­ສີກ້ອນເສົ້າ ຄີໄຟ ຕຽງ­ນອນ ຫົວຂັ້ນໃດ ແລະ­­ຜັກ­ຕູເຮືອນ ຜັກ­ຕູບ້ານ ຜາຍ­ຜູກ­ບາ­ສີສິ່ງເລົ່ານີ້ ທ່ານໃຫ້ເອົາ ດອກ, ໃບ ຄູນ-ຍົມ ມາມັດດ້ວຍຝ້າຍ­ຂາວຍາວ ໃຫຍ່ໃຫ້ເໝາະ­­ສົມ­ກັບ­ສິ່ງ­ທີ່ຈະ­­ຜູກ ນັ້ນແລ້ວກໍເວົ້າ­ຕາມ­ຄວາມຕ້ອງ­ການ ສ່ວນໃຫຍ່ເວົ້າແຕ່ເລື່ອງ­ຢູ່­ດີມີສຸກ ໃນ­ພອນ 4 ອາຍຸ ວັນນະ­­ ສຸຂະ­­ ຜະ­­ຫຼະ­­ ຈະ­­ຂະ­­ຫຍາຍ­ຄວາມໄປຕາມໃຈມັກ. - ຫາກເປັນ­ການປ້ອງ­ກັນ­ພູດ­ຜີປີສາດ ທ່ານໃຫ້ເອົາກິ່ງໄມ້­ທີ່ເປັນ­ໜາມ­ມາ­ຜູກດ້ວຍຝ່າຍໄປ ມັດ­ສອງ­ທີ່ ຄື ຂັ້ນໃດເຮືອນ ແລະ­­ຜັກ­ຕູເຮືອນ. 
- ຕົກ­ຕອນແລງ ມີການ­ຂົນ­ດິນເຂົ້າວັດ ແລະ­­ຕົບພະ­­ທາດ­ຊາຍ ສິ່ງ­ທີ່­ກຽມໄປ ຄື ນໍ້າມົນ, ພຣະ­­ບົດ. ທຸງ­ຊໍ່, ທຸງໄຊ,(ເທົ່າອາຍຸ) ທຸກເຫຼັກ­ທຸງ­ທອງ ທຸງເງິນ (ແນວລະ­­ເທົ່າໃດ­ຕາມໃຈ ແຕ່ 1 ອັນ­ຂຶ້ນໄປ) ວິທີເຮັດພຣະ­­ທາດ­ຊາຍ ຈະ­­ເຮັດ­ລວມ­ກັນ ຫຼືເຮັດສະ­­ເພາະ­­ຕົນ­ກໍໄດ້ ຫາກເຮັດ­ລວມ­ກັນ ຈະ­­ເຮັດເປັນ­ກອງໃຫຍ່ ເປັນ­ຮຸບຕ່າງໆ­­ສວຍ­ງາມ ແລ້ວເອົາ­ສິ່ງ­ທີ່­ກຽມ­ມາ ໄປປັກໄວ້ ສ່ວນພຣະ­­ບົດ ແລະ­­ນໍ້າມົນ ເອົາໄປທໍາ­ພິທີຕອນ­ສູດ­ມຸງ­ຄຸນ ຖວາຍ­ກອງ­ຊາຍ. 

(ເປັນ­ອັນວ່າ ຈົບ­ພິທີການເຮັດ­ບຸນ­ປີໃໝ່ແບບ­ບູຮານ ທີ່ເປັນ­ວັດທະ­­ນະ­­ທໍາແບບ­ໜຶ່ງ ດຽວນີ້­ກໍຫາເບິ່ງ­ຍາກແນ່ແລ້ວ)

ไม่มีความคิดเห็น:

แสดงความคิดเห็น