2554/09/30

ຮີດ ໑໒ ກັບຄອງ ໑໔ ພື້ນຖານການກຳເນີດວັດທະນະທັມລາວ

ເມື່ອມາຮອດບັດນີ້ ຈຶ່ງຮູ້ໄດ້ວ່າ ຮີດ ໑໒ ກັບ ຄອງ ໑໔ ມັນແມ່ນພື້ນຖານວັດທະນະທັມລາວຢ່າງຈະແຈ້ງ ເຮົາຈະເຫັນວ່າພຶດຕິກັມ ແລະປະຕິສັມພັນທາງສັງຄົມລາວຂອງພວກເຮົາແມ່ນກ່ຽວຂ້ອງກັບ ຮີດ ໑໒ ກັບຄອງ ໑໔ ນີ້ທັງນັ້ນ.

ຮີດ ໑໒ ນັ້ນມີດັ່ງນີ້
       ໑. ເດືອນຈຽງ ເຮັດບຸນເຂົ້າກັມ (ເປັນບຸນພິທີທາງສາສນາພຸດ ເປັນກິດຈະກຳຂອງສົງ ຍາດໂຍມຈະຖືໂອ ກາດທຳບຸນ ເມື່ອພຣະສົງມາໂຮມກັນຫຼາຍໆອົງ).
       ໒. ເດືອນຍີ່ເຮັດບຸນຄຸນລານ (ຫຼືບຸນກອງເຂົ້າ) ເປັນພິທີທາງສາສນາແຖນ ຫຼືວັດທະນະທັມຄວາມເຊື່ອ ລາວບູຮານ ຄຳວ່າບຸນກອງເຂົ້າ ແມ່ນຕິດພັນກັບສາສນາພຸດ).
       ໓. ເຮັດບຸນເຂົ້າຈີ່(ເຮັດບຸນທາງສາສນາແຖນ ຫຼືຄວາມເຊື່ອບູຮານປະຍຸກມາເປັນວິຖີພຸດແລ້ວ) ແລະມາ ມາຄະບູຊາ (ເປັນບຸນທາງສາສນາພຸດແທ້) ນອກຈາກນັ້ນຍັງ ຄວາມເຊື່ອທາງປະເພນີໜຶ່ງອີກ ຄື ຂຶ້ນ ໓ ຄ່ຳ ແຮມ ໓ ຄ່ຳຂອງເດືອນສາມ ແມ່ນວັດເອົາຝຸ່ນລົງນາ.
       ໔. ເດືອນ ໔ ເຮັດບຸນພະເຫວດ (ບຸນທາງພຸດທະສາສນາ)
       ໕. ເຮັດບຸນສົງນ້ໍາພຣະ(ພຸດທະສາສນ) ບຸນສົງການ ແລະປີໃໝ່ (ເປັນບຸນທາງວັດທະນະທັມລາວ) ປະຍຸກມາເປັນວິຖີພຸດ.
       ໗. ເດືອນ ໗ ເຮັດບຸນຊຳຮະ (ບຸນທາງສາສນາພຸດ ເປົ້າໝາຍຂອງການເຮັດຄືຊຳຮະສະສາງສິ່ງບໍ່ດີ ແລະຊຳຮະພູດຜີປີສາດ ກ່ອນໜ້ານີ້ລາວນັບຖືແຖນ ແລະຜີຮອດປີມາຕ້ອງຊຳຮະເພື່ອຈະນັບຖືພຸດໂດຍເດັດຂາດ ກົນອຸບາຍລະເລີກຜີ.
       ໘. ບຸນເຂົາພັນສາ (ບຸນທາງພຸດທະສາສນາ ແລະເປັນພຸດທະບັນຍັດດ້ວຍ).
       ໙. ບຸນເຂົ້າປະດັບດິນ (ເປັນທາງພຸດທະສາສນາ ແລະປະຍຸກມາຈາກການລ້ຽງຜີຕາແຮກ ອັນເປັນວັດ ທະນະທັມລາວ, ເພື່ອຢາກໃຫ້ຄົນເລີກລົ້ມການເຊື່ອຜີຕາແຮກ ໃຫ້ຫັນໜ້າເຂົ້າວັດ ທຳທານ ສິນ ພາວະນາ.
      ໑໐. ບຸນເຂົາສລາກ(ສາກ) ສືບເນື່ອງຈາກເຂົ້າປະດັບດິນ ມີເປົ້າໝາຍດຽວກັບ ຕ່າງແຕ່ວິທີເຮັດເລັກ ນ້ອຍ.
      ໑໑. ບຸນອອກພັນສາ (ປັນບຸນທາງພຸດທະສາສນາ ອັນສືບເນື່ອງມາຈາກວັນເຂົ້າພັນສາ) ນອກຈາກນີ້ ຍັງມີບຸນຊ່ວງເຮືອ ແມ່ນບຸນທາງຄວາມເຊື່ອຂອງປະເພນີລາວບູຮານ ເຊື່ອເລື່ອງນາກ, ບຸນໄຫຼເຮືອໄຟ, ພຸດປະ ສົມວັດທະນະທັມລາວ.
      ໑໒. ເຮັດບຸນກະຖີນ ແລະສະຫຼອງພຣະທາດ (ເປັນບຸນທາງພຸດທະສາສນາ ກະຖິນເປັນພຸດທະບັນຍັດ ດ້ວຍ).
ກິດຈະກັມທັງສິບສອງເດືອນນີ້ ເປັນພື້ນຖານວັດທະນະທັມລາວ ການສືບຕໍ່ປະຕິບັດຮີດ ໑໒ ເປັນການ ສືບຕໍ່ພັດທະນາ ສາສນາ ແລະວັດທະນະທັມລາວຢ່າງຍິ່ງ.

ไม่มีความคิดเห็น:

แสดงความคิดเห็น