2557/04/15

ຕຳນານປີໃໝ່(ນາງສັງຂານ)


ຕຳນານປີໃໝ່(ນາງສັງຂານ)
ຮຽບຮຽງໂດຍ.
ພຣະອາຈານເນືອງພິລັກ ໂຊຕິທອນ
(ສະຫງວນລິຂະສິດ)
-----
            ທ້າວກະບິນລະພົມ ກັບທຳມະບານກຸມານ.
ອະດີດຕະການເຫິງນານມາແລ້ວ ມີເສດຖີຄົນໜຶ່ງມີສົມບັດເງິນຄຳມາກມາຍ ແຕ່ບໍ່ມີລູກ ສືບສະກຸນ, ຈຶ່ງຖືກຍາຍົກຜູ້ມີລູກມາກມາຍເວົ້າຈາຖາກຖາງດູຖູກວ່າ “ທ່ານມີສົມບັດມາກມາຍ ກໍບໍ່ມີປະໂຫຍດ ເພາະບໍ່ມີບຸດສືບສະກຸນ” ເສດຖີເມື່ອໄດ້ຮັບຄຳດູຖູກເຊັ່ນນັ້ນແລ້ວຟັງເບິ່ງກໍ ແມ່ນຄວາມຍາຈົກ ຈຶ່ງທຳການບວງສວາງດ້ວຍຄວາມເຊື່ອຂອງສາສະໜາຕົນກໍບໍ່ມີບຸດ ໃນທີ່ ສຸດກໍມາອະທິຖານຈິດ ຂໍບຸດຕາກພຣະຍາອິນ, ພຣະຍາອິນຊາບແລ້ວ ກໍໄດ້ອັງເຊີນທຳມະບານ ກຸມາໃຫ້ລົງມາເກີດເປັນລູກເສດຖີຜູ້ນັ້ນ.
ທຳມະບານກຸມານເຕີບໃຫຍ່ຂຶ້ນມາຕາມລຳດັບ ເປັນຄົນສະຫຼາດສະຫຼຽວສາມາດຮຽນ ຈົບໄຕເພດ ທັງຍັງສາມາດຮູ້ພາສາສັດສາວາສິ່ງໄດ້ຕັ້ງແຕ່ອາຍຸ 7 ຂວບປີ, ເຮັດໃຫ້ຊື່ສຽງຂອງ ທຳມະບານກຸມານຊ່າລືໄປຮອດຮ້ອຍຫົວເອັດເຈັດຫົວເມືອງ ຄວາມຊ່າລືເລົ່ານັ້ນໄດ້ຍິນໄປຮອດ ເລົ່າເທບ ທ້າວກະບິນລະພົມຍິນແລ້ວກໍຢາກທົດລອງພູມປັນຍາຂອງທຳມະບານກຸມານ ຈຶ່ງສະ ເດັດມາຍັງໂລກມະນຸດດ້ວຍມ້າ ແລ້ວຕັ້ງຄຳຖາມທຳມະບານກຸມານ 3 ຂໍ້ ຄື:
1.    ຕອນເຊົ້າລາສີຢູ່ທີ່ໃດ ?
2.    ຕອນທ່ຽງລາສີຢູ່ທີ່ໃດ ?
3.    ຕອນຄໍ່າລາສີຢູ່ທີ່ໃດ ?
ໂດຍຕົກລົງກັນວ່າຖ້າທຳມະບານກຸມານ ຕອບຄຳຖາມບໍ່ໄດ້ພາຍໃນ 7 ວັນ, ຈະຕ້ອງໄດ້ ຕັດສີສະບູຊາປັນຍາຂອງທ້າວກະບິນລະພົມ ແຕ່ຖ້າທຳມະບານກຸມານຕອບໄດ້ ທ້າວກະບິນລະ ພົມກໍຈະຕັດສີສະບູຊາປັນຍາຂອງທຳມະບານກຸມານເຊັ່ນກັນ.
ຈົນເວລາຜ່ານໄປທຳມະບານກຸມານກໍບໍ່ສາມາດຫາຄຳຕອບໄດ້ ຕົກກາງຄືນທຳມະບານ ກຸມານຈຶ່ງໄດ້ອອກຈາກຄະລືຫາດໄປຍັງປ່າໄມ້ໃຫຍ່ ມີຕົ້ນຕານຢູ່ດ້ວຍ ແລ້ວຫາທີ່ສະຫງົບເພື່ອ ນັ່ງສະມາທິສະຫງົບອາລົມເພື່ອຫາຄຳຕອບ ເດີກດື່ນຈົນຈິດໄດ້ເຂົ້າສູ່ພະວັງແຫ່ງຄວາມເປັນສະ ມາທິ ກໍໄດ້ຍິນນົກອິນຊີສອງຜົວເມັຍທີ່ເຮັດຮັງຢູ່ເທິງຕົ້ນຕານນັ້ນໂສກັນ “ທາງນົກໂຕເມັຍຖາມ ນົກຕົວຜົວວ່າ ມື້ອື່ນນີ້ເຮົາຊິພາໄປຫາກິນແຖວໃດ ? ທາງນົກຜົວຕອບວ່າ ມື້ອື່ນເຮົາບໍ່ຕ້ອງໄປ ຫາກິນທີ່ໃດແລ້ວ ຈະໄດ້ກິນຮ່າງກາຍຂອງທຳມະບານກຸມານ ທີ່ບໍ່ສາມາດຕອບຄຳຖາມຂອງ ທ້າວກະບິນລະພົມໄດ້ ແລ້ວທຳມະບານກຸມານຈະໄດ້ຕັດຫົວບູຊາປັນຍາຂອງທ້າວກະບິນລະ ພົມ.

ທາງນົກຕົວເມັຍ ຈຶ່ງຖາມນົກຕົວຜົວວ່າ ຄຳຖາມທີ່ທ້າວກະບິນລະພົມຖາມ ທຳມະບານ ກຸມານ ເປັນຄຳຖາມຫຍັງ ຈຶ່ງຈະເຮັດໃຫ້ທຳມະບານກຸມານຕອບບໍ່ໄດ້ ທຳມະບານກຸມານເປັນ ຍອດບັນດິດເຊັ່ນນັ້ນ ນົກໂຕຜົວກໍບອກແກ່ນົກຕົວເມັຍເລື່ອງລາສີສາມເວລາຂອງມະນຸດຢູ່ໃສ ? ທາງນົກຕົວເມັຍກະຕອບນົກໂຕຜົວວ່າ ບໍ່ໜ້າເຊື່ອວ່າທຳມະບານກຸມານຈະຕອບຄຳຖາມນີ້ບໍ່ໄດ້ ເພາະເປັນຄຳຖາມບໍ່ຍາກ ແລ້ວນົກໂຕເມັຍກໍແກ້ບັນຫາລາສີທັງສາມໃຫ້ນົກໂຕຜົວຟັງວ່າ.
  1. ຕອນເຊົ້າລາສີຢູ່ທີ່ໜ້າ ມະນຸດຈຶ່ງລ້າງໜ້າຕອນເຊົ້າ.
  2. ຕອນທ່ຽງລາສີຢູ່ທີ່ ເອິກມະນຸດຕ້ອງເອົານໍ້າພົມເອິກ.
  3. ຕອນຄໍ່າລາສີຢູ່ທີ່ໃຈຕີນ ມະນຸດຈຶ່ງເອົານໍ້າລ້າງຕີນ.
ທຳມະບານກຸມານໄດ້ຍິນຄຳສົນທະນາຂອງນົກອິນຊີສອງຜົວເມັຍນັ້ນແລ້ວ ກໍຈື່ຄຳຕອບນັ້ນໄດ້ ຕົກຕອນເຊົ້າຈຶ່ງກັບມາຍັງຄະລືຫາດໃນເຊົ້າວັນທີ 7, ເມື່ອຮອດເວລາກຳນົດແລ້ວທ້າວກະບິນ ລະພົມ ກໍສະເດັດມາຍັງຄະລືຫາດຂອງທຳມະບານກຸມານ ແລະກໍຮັບຟັງຄຳຕອບຂອງທຳມະ ບານກຸມານແລ້ວ ເຫັນວ່າຖືກຕ້ອງ ທ້າວກະບິນລະພົມຈຶ່ງຕ້ອງຕັດສຽນຂອງຕົນເພື່ອບູຊາປັນ ຍາຂອງທຳມະບານກຸມານຕາມຄຳສັນຍາ.
            ແຕ່ວ່າສຽນຂອງກະບິນລະພົມນັ້ນມີອິດທິລິດຫຼາຍ ຫາກຕົກລົງດິນຈະລຸກເປັນໄຟ ຫາກ ຕົກລົງມະຫາສະໝຸດນ້ຳຈະເຫືອດແຫ້ງໝົດ ຫາກໂຍນຂຶ້ນອາກາດຝົນຈະບໍ່ຕົກຖືກຕ້ອງຕາມລະ ດູການ ທ້າວກະບິນລະພົມຈຶ່ງຮຽກທິດາທັງ 7 ມາໂດຍໃຫ້ນຳພາພານມາຮອງຮັບສຽນໄວ້ ແລ້ວ ສັ່ງໄວ້ວ່າ ໃຫ້ນຳເອົາສຽນນີ້ໄປແຫ່ຮອບເຂົາສິເນໂນຣາດ(ເຂົາສະເໝນ) ອັນເປັນແກ່ນກາງຂອງ ໂລກນີ້ ແລ້ວນຳເຂົ້າໄປບັນຈຸໄວ້ໃນຖໍ້າທຸລີມາດ ທີ່ເຂົາໄກລາດ ພໍເຖິງຍາມພຣະອາທິດເຄື່ອນ ເຂົ້າສູ່ລາສີເມດກໍໃຫ້ທິດາທັງເຈັດຜັດປ່ຽນກັນກັນນຳເອົາສຽນມາແຫ່ຮອບເຂົາສິເນໂນຣາດ ເປັນ ປະຈຳທຸກບໍ່ໃຫ້ຂາດ.
            ນາງສັງຂານແມ່ນໃຜ ?

            ນາງສັງຂານ ເປັນລູກສາວຂອງທ້າວກະບິນລະພົມ ທ້າວກະບິນລະພົມ ມີສັນຍາລັກ ເປັນສີແດງ ແລະມີອະນຸພາບຮ້າຍແຮງມີອິດທິລິດເປັນໄຟ ທ້າວກະບິນລະພົມກະແມ່ນພຣະອາ ທິດນັ້ນເອງ.
            ທ້າວກະບິນລະພົມມີທິດາຢູ່ 7 ຄົນມີຊື່ຕ່າງກັນໄປ ເນື່ອງຈາກນາງທັງ 7 ມາປາກົດຕົວ ໃນວັນສັງຂານ ບັນດານາງຈຶ່ງມີຊື່ວ່ານາງສັງຂານ ຫຼືນາງສົງການ ນາງສັງຂານທັງ 7 ໄດ້ຮັບຄຳ ພິໄນກຳຈາກບິດາ ໃຫ້ເປັນຜູ້ນຳສຽງອອກມາແຫ່ໃນວັນສັງຂານ ໂດຍໃຫ້ເອົາສຽນໃສ່ພາພານ, ມີພາຫານະເປັນສັດ ພ້ອມທັງອາວຸດ ແລະເຄື່ອງດົນດີ ນຸ່ງເຄື່ອງສີຕ່າງໆຕາມວັນຂອງສັງຂານ ສະເດັດໄປ ດັ່ງນີ້.
1.    ຖ້າສັງຂານສະເດັດໄປວັນອາທິດ ເປັນໜ້າທີ່ຂອງນາງທຸງສະເທວີ ຊົງພາຫຸລັດ ທັດ ດອກພິລາ ອາພອນປະດັບດ້ວຍແກ້ວປັດທຳມະລາດ ພັກສາຫານສະເຫວີຍອຸທຸມ ພອນ (ໝາກເດື່ອ) ພະຫັດຂວາຊົງຈັກ ພະຫັດຊ້າຍຊົງສັງ, ສະເດັດປະທັບຢືນມາ ເທິງຫຼັງຄຸດ.
2.     ຖ້າສັງຂານສະເດັດໄປວັນຈັນ ເປັນໜ້າທີ່ຂອງນາງໂຄລາຄະເທວີ ຊົງພາຫຸລັດ ທັດ ດອກປີບ ອາພອນປະດັບດ້ວຍແກ້ວມຸກດາ ພັກສາຫານສະເຫວີຍເຕລັງ (ນໍ້າມັນ) ພະຫັດຂວາຊົງພະຂັນ ພະຫັດຊ້າຍຊົງໄມ້ເທົ້າ, ສະເດັດນອນມືນຕາມາບົນຫຼັງພະ ຍັກຄະ(ເສືອ).
3.    ຖ້າສັງຂານສະເດັດໄປວັນອັງຄານ ເປັນໜ້າທີ່ຂອງນາງຮາກສະເທວີ ຊົງພາຫຸລັດ ທັດດອກບົວຫຼວງ ອາພອນປະດັບດ້ວຍແກ້ວໂມລາ ພັກສາຫານສະເຫວີຍໂລຫິດ (ເລືອດ) ພະຫັດຂວາຕີສູນ ພະຫັດຊ້າຍຊົງທະນູ, ສະເດັດປະທັບຢືນມາ ເທິງຫຼັງວະ ລະຫະ(ໝູ).
4.    ຖ້າສັງຂານສະເດັດໄປວັນພຸດ ເປັນໜ້າທີ່ຂອງນາງມົນທາເທວີ ຊົງພາຫຸລັດທັດ ດອກຈຳປາ ອາພອນປະດັບດ້ວຍແກ້ວພິທູນ ພັກສາຫານສະເຫວີຍເນີຍ ພະຫັດ ຂວາຊົງເຂັມ ພະຫັດຊ້າຍຊົງໄມ້ເທົ້າ, ສະເດັດປະທັບນັ່ງມາເທິງຫຼັງຄັດທະລະພາ (ລາ).
5.    ຖ້າສັງຂານສະເດັດໄປວັນພະຫັດ ເປັນໜ້າທີ່ຂອງນາງກິລິນີເທວີ ຊົງພາຫຸລັດ ທັດດອກມົນທາ ອາພອນປະດັບດ້ວຍແກ້ວມໍລະກົດ(ແກ້ວສີຂຽວ) ພັກສາຫານສະ ເຫວີຍຖົ່ວງາ ພະຫັດຂວາຊົງຂໍຊ້າງ ພະຫັດຊ້າຍຊົງປືນ, ສະເດັດປະທັບນອນຫຼັບຕາ ເທິງຄັດສະຣາດ(ຊ້າງ).
6.    ຖ້າສັງຂານສະເດັດໄປງວັນສຸກ ເປັນໜ້າທີ່ຂອງນາງມະກິມິທາເທວີ ຊົງພາຫຸລັດ ດອກຈົງກົນນີ ອາພອນປະດັບດ້ວຍແກ້ວບຸດສະລາຄຳ ພັກສາຫານສະເຫວີຍ ກ້ວຍນໍ້າ ພະຫັດຂວາຊົງພະຂັນ ພະຫັດຊ້າຍຊົງພິນ, ສະເດັດປະທັບນັ່ງມາເທິງຫຼັງ ມະຫິງສາ (ຄວາຍ).

7.    ຖ້າສັງຂານສະເດັດໄປວັນເສົາ ເປັນໜ້າທີ່ຂອງນາງມະໂຫທອນ ຊົງພາຫຸລັດ ທັດ ສາມຫາວ ອາພອນປະດັບດ້ວຍແກ້ວນິນ ພັກສາຫານສະເຫວີຍຊິ້ນກວາງຊາຍ ພະຫັດຂວາຊົງຈັກ ພະຫັດຊ້າຍຊົງຕີສູນ, ສະເດັດປະທັບນັ່ງມາເທິງຫຼັງມະຍູລາ (ນົກຍູງ).

           

            

ไม่มีความคิดเห็น:

แสดงความคิดเห็น